ອາເມລິກາ ຄາດຄະເນຈະສືບຕໍ່ເພີ່ມອັດຕາພາສີນຳເຂົ້າສຳລັບ ຈີນ ຖ້າບໍ່ມີບາດກ້າວຄືບໜ້າໃນການເຈລະຈາ

ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ
Chia sẻ
(VOVWORLD) -ວັນທີ 05 ທັນວາ, ທ່ານ Larry Kudlow ທີ່ປຶກສາດ້ານເສດຖະກິດທຳນຽບຂາວໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອາເມລິກາ Donald Trump ຈະມີຄວາມຕັດສິນໃຈສຸດທ້າຍ ກ່ຽວກັບເລື່ອງເພີ່ມອັດຕາພາສີສຳລັບສິນຄ້າຂອງ ຈີນ ນັບແຕ່ວັນທີ 15 ທັນວາ ເປັນຕົ້ນໄປຫຼືບໍ່. 
ອາເມລິກາ ຄາດຄະເນຈະສືບຕໍ່ເພີ່ມອັດຕາພາສີນຳເຂົ້າສຳລັບ ຈີນ ຖ້າບໍ່ມີບາດກ້າວຄືບໜ້າໃນການເຈລະຈາ - ảnh 1 ອາເມລິກາ ຄາດຄະເນຈະສືບຕໍ່ເພີ່ມອັດຕາພາສີນຳເຂົ້າສຳລັບ ຈີນ ຖ້າບໍ່ມີບາດກ້າວຄືບໜ້າໃນການເຈລະຈາ (ພາບ: TTXVN)

ຕາມທ່ານ Kudlow, ຜູ້ອຳນວຍການສະພາເສດຖະກິດແຫ່ງຊາດຂອງທຳນຽບຂາວແລ້ວ, ທ່ານປະທານາທິບໍດີ Donald Trump ພວມເພິ່ງພໍໃຈຕໍ່ບາດກ້າວຄືບໜ້າການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ໃນປັດຈຸບັນ. ເຖິງຢ່າງໃດກໍ່ຕາມ, ຖ້າບໍ່ມີບາດກ້າວຄືບໜ້າຢ່າງແທດຈິງ, ອາເມລິກາ ຄາດວ່າ ຈະເພີ່ມອັດຕາພາສີນັບແຕ່ວັນທີ 15 ທັນວາ ສຳລັບສິນຄ້າຂອງ ຈີນ ທີ່ມີມູນຄ່າ 156 ຕື້ USD.

ຕອບກັບ