ອາທິດເຮັດວຽກທີ່ 2, ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 15: ສະພາແຫ່ງຊາດປຶກສາຫາລືຫຼາຍບັນຫາສຳຄັນໃນວາລະດຳເນີນງານ.

Chia sẻ
(VOVWORLD) -ສະພາແຫ່ງຊາດຈະໃຊ້ເວລາໝົດວັນພຸດ (29 ພຶດສະພາ) ທີ່ຫໍປະຊຸມກ່ຽວກັບ: ການປະເມີນເພີ່ມເຕີມຜົນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ ແຫ່ງລັດໃນປີ 2023; ສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ ໃນຊຸມເດືອນ ຕົ້ນປີ 2024
ອາທິດເຮັດວຽກທີ່ 2, ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 15: ສະພາແຫ່ງຊາດປຶກສາຫາລືຫຼາຍບັນຫາສຳຄັນໃນວາລະດຳເນີນງານ. - ảnh 1ບັນດາ ສ.ສ,.ຊ ປຶກສາຫາລືຢູ່ຫໍປະຊຸມ

    ໃນອາທິດເຮັດວຽກທີ່ 2 ຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 15 ແຕ່ວັນທີ 27-31 ພຶດສະພານີ້, ສະພາແຫ່ງຊາດຈະໃຊ້ເວລາໝົດວັນພຸດ (29 ພຶດສະພາ) ທີ່ຫໍປະຊຸມກ່ຽວກັບ: ການປະເມີນເພີ່ມເຕີມຜົນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ ແຫ່ງລັດໃນປີ 2023; ສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ ໃນຊຸມເດືອນ ຕົ້ນປີ 2024; ໝາກຜົນການປະຕິບັດເປົ້າໝາຍແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນປີ 2023; ວຽກງານປະຕິບັດການປະຢັດ, ຕ້ານການຟຸ່ມເຟືອຍ ໃນປີ 2023. ກອງປະຊຸມໄດ້ອອກອາກາດສົດ ທາງໂທລະພາບ ແລະ ວິທະຍຸກະຈາຍສຽງເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໄດ້ຮັບຊົມ.

ໃນອາທິດນີ້, ສະພາແຫ່ງຊາດຍັງໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ລະດົມອຸດສາຫະກຳ; ຄາດຄະເນໂຄງການຕິດຕາມກວດກາຂອງສະພາແຫ່ງຊາດໃນປີ 2025; ຄາດຄະເນໂຄງການສ້າງກົດໝາຍ ແລະ ລັດຖະບັນຍັດໃນປີ 2025, ດັດແກ້ໂຄງການສ້າງກົດໝາຍ ແລະ ລັດຖະບັນຍັດໃນປີ 2024. ນອກນີ້, ສະພາແຫ່ງຊາດຍັງໄດ້ປະກອບຄຳເຫັນກ່ຽວກັບ ການໃຫ້ສັດຕະຍາບັນບົດສະຫຼຸບຂາດຕົວງົບປະມານແຫ່ງລັດ 2022; ການວາງແຜນຜັງທາງທະເລແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050.

ຕອບກັບ