ຕາ​ລີ​ບານ ຢັ້ງ​ຢືນ​ການ​ເຂົ້າ​ຮ່ວມກ​ອ​ງ​ປະ​ຊຸມ​ຂອງ ສ​ປ​ຊ ກ່ຽວ​ກັບ ອາບ​ກາ​ນິດ​ສະ​ຖານ

Chia sẻ
(VOVWORLD) - ວັນທີ 16 ມິຖຸນາ, ໂຄສົກອຳນາດການປົກຄອງ ຕາລີບານ ປະຈຳ ອາບການິດສະຖານ, ທ່ານ Zabihullah Mujahid ແຈ້ງໃຫ້ຊາບວ່າ ກຳລັງນີ້ ຈະເຂົ້າຮ່ວມກອງປະຊຸມຄັ້ງທີ 3 ໂດຍ ສປຊ ເປັນເຈົ້າພາບຈັດຂຶ້ນກ່ຽວກັບ ອາບການິດສະຖານ, ຄາດວ່າ ຈະດຳເນີນແຕ່ວັນທີ 30 ມິຖຸນາ ຫາວັນທີ 01 ກໍລະກົດ, ຢູ່ນະຄອນຫຼວງ Doha ຂອງ ກາຕາ. 
ຕາ​ລີ​ບານ ຢັ້ງ​ຢືນ​ການ​ເຂົ້າ​ຮ່ວມກ​ອ​ງ​ປະ​ຊຸມ​ຂອງ ສ​ປ​ຊ ກ່ຽວ​ກັບ ອາບ​ກາ​ນິດ​ສະ​ຖານ - ảnh 1ທ່ານໂຄສົກອຳນາດການປົກຄອງ ຕາລີບານ, Zabihullah Mujahid  (ພາບ: AFP/TTXVN)

ກ່າວຄຳເຫັນຕໍ່ສື່ມວນຊົນ ອາບການິດສະຖານ, ໂຄສົກອຳນາດການປົກຄອງ ຕາລີບານ ອະທິບາຍວ່າ ການຕົກລົງແຕ່ງຕັ້ງຄະນະຜູ້ແທນໄປເຂົ້າຮ່ວມກອງປະຊຸມດັ່ງກ່າວ ແມ່ນໂຄງການດຳເນີນງານ “ທີ່ເປັນປະໂຫຍດແກ່ ອາບການິດສະຖານ”, ລວມມີບັນດາຫົວຂໍ້ສຳຄັນ, ເຊັ່ນ: ການຊ່ວຍເຫຼືອໃຫ້ແກ່ ອາບການິດສະຖານ ແລະ ສ້າງໂອກາດໃຫ້ບັນດານັກລົງທຶນຢູ່ ອາບການິດສະຖານ.

        ໄລ່ຮອດປັດຈຸບັນ, ອໍານາດການປົກຄອງ ຕາລີບານ ຍັງບໍ່ທັນໄດ້ຮັບການຮັບຮອງຈາກປະຊາຄົມສາກົນເທື່ອ. ມີຫຼາຍປະເທດ, ອົງການຈັດຕັ້ງສາກົນ ແລະ ບັນດາອົງການຊ່ວຍເຫຼືອ ໄດ້ຕັດການຊ່ວຍເຫຼືອໃຫ້ແກ່ ອາບການິດສະຖານ, ເຮັດໃຫ້ພື້ນຖານເສດຖະກິດທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແລ້ວຂອງປະເທດນີ້ ຍິ່ງຖືກຜົນກະທົບຢ່າງໜັກໜ່ວງຕື່ມອີກ.


ຕອບກັບ