ພັກ​ກຳ​ອຳ​ນາດ ໄທ ຢັ້ງ​ຢືນ​ຄືນ​ຄວາມ​ປາດ​ຖະ​ໜາ​ຢາກ​ເຂົ້າ​ຮ່ວມ BRICS

Chia sẻ
(VOVWORLD) - ວັນທີ 17 ມິຖຸນາ, ທ່ານນາງ ນາລີນີ ທະວີສິນ, ປະທານຄະນະກຳມະການສາກົນຂອງພັກເພື່ອໄທ ກຳອຳນາດ ໄດ້ຢັ້ງຢືນຄືນຄວາມປາດຖະໜາຢາກເຂົ້າຮ່ວມກຸ່ມບັນດາພື້ນຖານເສດຖະກິດຫາກໍພົ້ນເດັ່ນ - BRICS ຂອງ ໄທ ໃນໄລຍະຈະມາເຖິງ, ສະແດງຄວາມພ້ອມທີ່ຈະພັດທະນາການພົວພັນກັບບັນດາປະເທດໃນກຸ່ມ.
ພັກ​ກຳ​ອຳ​ນາດ ໄທ ຢັ້ງ​ຢືນ​ຄືນ​ຄວາມ​ປາດ​ຖະ​ໜາ​ຢາກ​ເຂົ້າ​ຮ່ວມ BRICS - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ໄທ Maris Sangiampongsa ເຂົ້າຮ່ວມກອງປະຊຸມເຈລະຈາ BRICS ກັບບັນດາປະເທດພວມພັດທະນາ ໃນວັນທີ 11 ມິຖຸນາ (ພາບ: ກະຊວງການຕ່າງປະເທດ)

ກ່າວຄຳເຫັນທີ່ເວທີປາໄສລະຫວ່າງພັກສາກົນ ດ້ວຍຫົວຂໍ້ “ຫຼາຍປະເທດໃນໂລກເພື່ອໂລກຫຼາຍຂົ້ວ”, ໄດ້ດຳເນີນແຕ່ວັນທີ 17 – 18 ມິຖຸນາ ຢູ່ Vladivostok (ລັດເຊຍ), ທ່ານນາງ ນາລີນີ ທະວີສິນ ໃຫ້ຮູ້ວ່າ ໄທ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ BRICS, ກໍຄືທຸກປະເທດທີ່ສະໜັບສະໜູນລັດທິຫຼາຍຝ່າຍ ແລະ ປາດຖະໜາຢາກມີສັນຕິພາບ ແລະ ຄວາມໝັ້ນຄົງ. ໃນຖານະເປັນພັກການເມືອງກຳອໍານາດຂອງ ໄທ, ທ່ານນາງ ກໍສະແດງຄວາມປາດຖະໜາຢາກເຂົ້າຮ່ວມ BRICS ຍິ່ງໄວກໍຍິ່ງດີ.  

        ກ່ອນໜ້ານັ້ນ, ວັນທີ 13 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ໄທໄດ້ສົ່ງຈົດໝາຍເຖິງຄູ່ຕຳແໜ່ງ ລັດເຊຍ, ທ່ານ Sergey Lavrov, ພ້ອມທັງປາດຖະໜາຢາກກາຍເປັນສະມາຊິກຖາວອນ ຂອງ BRICS ແລະ ຫວັງວ່າ ບັນດາປະເທດ BRICS ຈະສະໜັບສະໜູນຄວາມມຸ່ງມາດປາດຖະໜານີ້ ໃນກອງປະຊຸມສຸດຍອດຂອງກຸ່ມ  ເຊິ່ງຈະຈັດຂຶ້ນໃນເດືອນ ຕຸລາ ຈະມາເຖິງຢູ່ ລັດເຊຍ.


ຕອບກັບ