ຫວຽດນາມ ໄດ້ນຳສະເໜີຕໍ່ມະຫາຊົນ ຝລັ່ງ ແລະ ສາກົນ ໂດຍລາຍການສະແດງສິລະປະທີ່ເປັນເອກະລັກ (ພາບ: TTXVN) |
ເຂດວາງສະແດງຂອງ ຫວຽດນາມ ໃນວັນບຸນນີ້ ໄດ້ດຶງດູດຜູ້ເຂົ້າຊົມ ແລະ ມາຊອກຮູ້ກ່ຽວກັບບັນດາລາຍການທ່ອງທ່ຽວ, ຮັບຊົມທັດສະນີຍະພາບຂອງ ຫວຽດນາມ ຜ່ານຟິມຮູບເງົາ, ພາບຖ່າຍ, ຮັບຊົມພາບພື້ນເມືອງ ດົງໂຮ່, ຫຼື ຮຽນວິທີຫຼີ້ເສບເຄື່ອງດົນຕີພື້ນເມືອງຂອງ ຫວຽດນາມ ເປັນຈຳນວນຫຼວງຫຼາຍ. ໂດຍແຕກຕ່າງກັບຄັ້ງກ່ອນໆ, ປີນີ້, ຮ້ານຂອງ ຫວຽດນາມ ສຸມໃສ່ແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ໃນນັ້ນ ການທ່ອງທ່ຽວ ແຂວງ ກວ໋າງບິ່ງ ດ້ວຍບັນດາລາຍການທ່ອງທ່ຽງໃໝ່ ຄົ້ນຫາຖ້ຳ ເຊີນດອງ ໄດ້ດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວຫຼາຍຄົນ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມ.
ໂດຍປະກອບສ່ວນເຂົ້າໃນລາຍການແນະນຳສີສັນບັນດາປະເທດໃນເວທີສະແດງໃຫຍ່ຂອງງານບຸນ, ຫວຽດນາມ ໄດ້ນຳສະເໜີຕໍ່ມະຫາຊົນ ຝລັ່ງ ແລະ ສາກົນ ໂດຍລາຍການສະແດງສິລະປະທີ່ເປັນເອກະລັກ ດ້ວຍຊຸດເສື້ອຍາວ ແລະ ເຕັ້ນສາບທີ່ຄຶກຄື້ນມ່ວນຊື່ນ.