ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ |
ໂດຍຕາງໜ້າໃຫ້ແກ່ອາຊຽນ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ ອາຊຽນ ຍາມໃດກໍ່ຖືການພັດທະນາ ສັງຄົມແມ່ນບຸລິມະສິດແຖວໜ້າ ແລະ ໃຫ້ຄຳໝັ້ນສັນຍາສ້າງປະຊາຄົມສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ, ຖືມະນຸດເປັນໃຈກາງ ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ(SDGs) ຂອງ ສປຊ. ອາຊຽນ ບັນລຸໄດ້ບັນດາຄວາມກ້າວໜ້າໃນການເຕີບໂຕເສດຖະກິດ, ພັດທະນາ ແລະ ມີການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນ ຢ່າງບໍ່ຢຸດຢັ້ງ.
ສ່ວນທ່ານນາງ ເລທິມິງທວາ ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືມະນຸດ ທັງເປັນເຈົ້າຂອງ ທັງເປັນເປົ້າໝາຍ, ກຳລັງໜູນ ໃນທຸກນະໂຍບາຍພັດທະນາ.