ທ່ານ Felipe Sola ລັດຖະມົນຕີກະຊວງການຕ່າງປະເທດ ອາກຊັງຕິນກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ Buenos Aires (ພາບ: AFP/TTXVN)
|
ໃນແຈ້ງການທາງການ, ກະຊວງການຕ່າງປະເທດ ອາກຊັງຕິນ ໃຫ້ຮູ້ວ່າ ບຸລິມະສິດຂອງລັດຖະບານປະເທດນີ້ແມ່ນສຸມໃສ່ແກ້ໄຂບັນດາຜົນຮ້າຍຢ້ອນຫຼັງຂອງໂລກລະບາດ, ປົກປັກຮັກສາບັນດາວິສາຫະກິດ, ຮັກສາວຽກເຮັດງານທຳ ແລະ ໜູນຊ່ວຍບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນສັງຄົມ.
ມີປະຕິກິລິຍາຕໍ່ຂ່າວສານດັ່ງກ່າວ, ລັດຖະບານ ປາຣາກວາຍ ເຊິ່ງປັດຈຸບັນພວມເປັນປະທານ ໝູນວຽນ Mercosur ໃຫ້ຮູ້ວ່າ ຈະພ້ອມກັບບັນດາປະເທດສະມາຊິກທີ່ຍັງເຫຼືອ ພິຈາລະນາບັນດາມາດຕະການທາງດ້ານນິຕິກຳ, ລະບອບລະບຽບການ ແລະ ແທດ ເໝາະກັບຄວາມຈິງ ທີ່ສຸດໃຫ້ແກ່ການຖອນຕົວຂອງ ອາກຊັງຕິນ ເພື່ອບໍ່ໃຫ້ເກີດຜົນສະທ້ອນເຖິງວິວັດທະນາການສ້າງ Mercosur ແລະ ບັນດາການເຈລະຈາ FTA ເຊິ່ງພວມຢູ່ໃນວິວັດການຜັນຂະຫຍາຍ.