ອະນຸມັດຜ່ານແຜນການພັດທະນາການບໍລິການກະຈາຍສຽງ, ໂທລະພາບ

Chia sẻ
(vovworld) – ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຫາ​ກໍ່​ອະນຸມັດ​ຜ່ານ​ແຜນ​ພັດທະນາ​ການ​ບໍລິການ​ກະຈາ​ຍສຽງ, ​ໂທລະພາບ ຫວຽດນາມ ຮອດ​ປີ 2020
ອະນຸມັດຜ່ານແຜນການພັດທະນາການບໍລິການກະຈາຍສຽງ, ໂທລະພາບ - ảnh 1
ພາບປະກອບ
(ຈາກ: chinhphu.vn)

(vovworld) – ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຫາ​ກໍ່​ອະນຸມັດ​ຜ່ານ​ແຜນ​ພັດທະນາ​ການ​ບໍລິການ​ກະຈາ​ຍສຽງ, ​ໂທລະພາບ ຫວຽດນາມ ຮອດ​ປີ 2020. ຕາມ​ນັ້ນ​ແລ້ວ, ການພັດທະນາ​ການບໍລິການກະຈາ​ຍສຽງ, ​ໂທລະພາບ ​ໂຄສະນາ​ເຜີຍ​ແຜ່​ໄດ້​ຮັບ​ການ​ພັດທະນາ​ໃນ​ທົ່ວ​ປະ​ເທດ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ, ​ໂຄສະນາ​ຂໍ້​ມູນ​ຂ່າວສານ​ຂອງ​ພັກ, ລັດ, ​ເພື່ອ​ພັດທະນາ​ຕະຫຼາດ​ບໍລິການ​ໂທລະພາບ​ຈ່າຍ​ເງິນ​ໃຫ້​ໝັ້ນຄົງ, ຮັບປະກັນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​​ແກ່ງ​ແຍ້​ງຢ່າງ​ໂປ່​ງ​​ໃສ, ສະ​ເໝີ​ພາບ, ຕ້ານ​ສິດ​ຜູກຂາດ, ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ບັນ​ເທິງ​ຢ່າງ​ປອດ​ໃສ, ນັບ​ມື້​ນັບ​ຫຼາຍ​ຮູບ​ຫລາຍ​ແບບ​ຂອງ​ປະຊາຊົນ. ຕາມ​ແຜນ​ການ​ແລ້ວ, ຮອດ​ປີ 2015 ຈະ​ມີ​ແຕ່ 70 – 80 ຊ່ອງ​ໂທລະພາບ​ຮັບ​ໃຊ້​ໜ້າ​ທີ່​ການ​ເມືອງ, ​ໂຄສະນາ​ຂໍ້​ມູນ​ຂ່າວສານ​ທີ່​ຈຳ​ເປັນ​ຂອງ​ປ​ະ​ເທດ​ຊາດ. ທົ່ວ​ປະ​ເທດ ສຸ້ຊົນ​ຮອດ​ປີ 2015 ມີ​ແຕ່ 30 – 40% ຈຳນວນ​ຄອບຄົວ ​ແລະ ຮອດ​ປີ 2020 ມີ 60 – 70% ຈຳ​ນວນ​ຄອບຄົວ​ນຳ​ໃຊ້​ການ​ບໍລິການ​​ໂທລະພາບຈ່າຍ​ເງິ​ນ. 4 ມາດ​ຕະການ​ຈະ​ໄດ້​ຮັບ​ການ​ສຸມ​ໃສ່​ຜັນ​ຂະຫຍາຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ແມ່ນ​ຍູ້​ແຮງຂໍ້​ມູນ​ຂ່າວສານ, ​ໂຄສະນາ, ສ້າງ​ສຳ​ເລັດ​ກົນ​ໄກ, ກົດໝາຍ, ປຸກລະດົມ​ແຫຼ່ງ​ທຶນ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການ​ກະຈາຍສຽງ ​ແລະ ​ໂທລະພາບ.