ອີຣານ ຄິດໄລ່ຊັ່ງຊາຄວາມສາມາດດໍາເນີນການເຈລະຈາກັບ ອາເມລິກາ

Chia sẻ

(VOVWORLD) -ເຕເຮຣານ ບໍ່ຕ້ອງການກໍາມະການໄກ່ເກ່ຍໃນບັນດາການເຈລະຈາ ກັບ ວໍຊີງຕັນ, ແຕ່ການຕັດສິນໃຈກ່ຽວກັບການເຈລະຈາ ຄວນປະໃຫ້ການນໍາສູງສຸດເປັນຜູ້ຕັດສິນ.

ວັນທີ 1 ມິຖຸນາ,   ທ່ານປະທານາທິບໍດີ ອີຣານ Hassan Rouhani  ໃຫ້ຮູ້ວ່າ, ອີຣານ ອາດຈະພ້ອມແລ້ວທີ່ຈະດໍາເນີນການເຈລະຈາກັບ ອາເມລິກາ ຖ້າຫາກວ່າ ອາເມລິາ ໄດ້ສະແດງໃຫ້ເຫັນຄວາມເຄົາລົບນັບຖື ແລະ ການປະຕິບັດບັນດາຫຼັກການສາກົນ, ແຕ່ ເຕເຮຣານ ຈະບໍ່ສ້າງຄວາມກົດດັນ ເພື່ອບັງຄັບຕ້ອງໃຫ້ມີການເຈລະຈາ.

ແລະ ກໍໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ຖະແຫຼງວ່າ ເຕເຮຣານ ບໍ່ຕ້ອງການກໍາມະການໄກ່ເກ່ຍໃນບັນດາການເຈລະຈາ ກັບ ວໍຊີງຕັນ, ແຕ່ການຕັດສິນໃຈກ່ຽວກັບການເຈລະຈາ ຄວນປະໃຫ້ການນໍາສູງສຸດເປັນຜູ້ຕັດສິນ.

ອາທິດແລ້ວນີ້, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢັ້ງຢືນວ່າ ຍາມໃດທ່ານກໍໃຫ້ໂອກາດດໍາເນີນການເຈລະຈາກັບ ອີຣານ ຖ້າຫາກວ່າ ເຕເຮຣານ ກໍສະແດງໃຫ້ເຫັນຄວາມປາດຖະໜາດັ່ງກ່າວ. ໃນຂະນະນັ້ນ, ກະຊວງການຕ່າງປະເທດ ອາເມລິກາ ກໍຊີ້ແຈ້ງວ່າ ວໍຊີງຕັນ ບໍ່ໄດ້ຄັດຄ້ານແນວຄວາມຄິດ ທີ່ມີການເຂົ້າຮ່ວມຂອງກໍາມະການໄກ່ເກ່ຍໃນການເຈລະຈາ.

ຕອບກັບ