ອີຢູ ເລີ່ມປະຕິບັດຂໍ້ຕົກລົງການຄ້າເສລີ ກັບ ສິງກະໂປ

Chia sẻ
(VOVWORLD) -ເອກະສານດັ່ງກ່າວ ເລີ່ມມີຜົນສັກສິດໃນ 2 – 3 ເດືອນ ຈະມາເຖິງ

ບັນດາສະມາຊິກລັດຖະສະພາເອີຣົບ (EP) ໃນວັນທີີ 13 ກຸມພາ ໄດ້ໃຫ້ສັດຕະຍາບັນເລື່ອງເລີ່ມປະຕິບັດຂໍ້ຕົກລົງການຄ້າເສລີ (FTA) ກັບສິງກະໂປ. ນີ້ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງສະຫະພາບເອີຣົບ (ອີຢູ) ໃນເລື່ອງປະຕິບັດບັນດາຂໍ້ຕົກລົງການຕະຫຼາດກັບບັນດາປະເທດໃນທະວີບ ອາຊີ ທີ່ພວມມີລະດັບການເຕີີບໂຕສູງ. ຈໍານວນສະມາຊິກລັດຖະສະພາເອີຣົບ ປະມານ 2/3 ໄດ້ປ່ອນບັດສະໜັບສະໜູນຂໍ້ຕົກລົງ FTA, ເອກະສານດັ່ງກ່າວ ເລີ່ມມີຜົນສັກສິດໃນ 2 – 3 ເດືອນ ຈະມາເຖິງ, ກໍຄື ຂໍ້ຕົກລົງທີ່ກ່ຽວຂ້ອງເຖິງວິທີແກ້ໄຂການຂັດແຍ້ງກັນລະຫວ່າງບັນດານັກລົງທຶນຕ່າງປະເທດ ແລະ ປະເທດຕ່າງ.


ຕອບກັບ