ອີຢູ ຢາກເລີ່ມຕົ້ນການເຈລະຈາດ້ານການຄ້າກັບ ອາເມລິກາ ຍິ່ງໄວກໍຍິ່ງດີ

Chia sẻ
(VOVWORLD) -ອີຢູ ຄາດວ່າ ຈະເລີ່ມຕົ້ນບັນດາການເຈລະຈາດ້ານການຄ້າກັບ ອາເມລິກາ ຍິ່ງໄວກໍຍິ່ງດີ.
ອີຢູ ຢາກເລີ່ມຕົ້ນການເຈລະຈາດ້ານການຄ້າກັບ ອາເມລິກາ ຍິ່ງໄວກໍຍິ່ງດີ - ảnh 1ທ່ານນາງ Cecilia Malmstrom ກໍາມະການຮັບຜິດຊອບດ້ານການຄ້າຂອງ ສະຫະພາບເອີຣົບ  (ພາບ: TTXVN)

ວັນທີ 15 ເມສາ, ທ່ານນາງ Cecilia Malmstrom ກໍາມະການຮັບຜິດຊອບດ້ານການຄ້າຂອງ ສະຫະພາບເອີຣົບ (ອີຢູ) ໃຫ້ຮູ້ວ່າ ອີຢູ ຄາດວ່າ ຈະເລີ່ມຕົ້ນບັນດາການເຈລະຈາດ້ານການຄ້າກັບ ອາເມລິກາ ຍິ່ງໄວກໍຍິ່ງດີ. ກ່າວຄໍາເຫັນທີ່ການຖະແຫຼງຂ່າວ ຢູ່ ບຣຸກແຊນ, ປະເທດ ແບນຊິກ ທ່ານນາງ Malmstrom ໃຫ້ຮູ້ວ່າ ທ່ານນາງຈະຕິດຕໍ່ກັບບັນດາຄູ່່ຮ່ວມມື ອາເມລິກາ ເພື່ອສັບຊ້ອນວັນເວລາຈັດຕັ້ງການເຈລະຈາດ້ານການຄ້າຄັ້ງທໍາອິດ “ຍິ່ງໄວກໍຍິ່ງດີ”. ທ່ານນາງ ຊີ້ແຈ້ງວ່າ ອີຢູ ພ້ອມແລ້ວທີ່ຈະເລີ່ມຕົ້ນບັນດາການເຈລະຈາດ້ານການຄ້າກັບ ອາເມລິກາໃນທັນທີ ເພື່ອແນໃສ່່ລົບລ້າງ ພາສີອາກອນ ແລະ ຂໍ້ຕົກລົງອາດຈະສໍາເລັດໂດຍໄວ. ກໍຕາມເຈົ້າໜ້າທີ່ຄົນດັ່ງກ່າວ, ອີຢູ ຕັດສິນໃຈເຮັດທຸກວິທີທາງ ເພື່ອໃຫ້ສໍາເລັດວິິວັດການດໍາເນີນການເຈລະຈາດ້ານການຄ້າ ກັບ ອາເມລິກາ ໃນອາຍຸການຂອງ ທ່ານ  Jean-Claude Juncker ປະທານຄະນະກໍາມະການເອີຣົບ (EC) ເຊິ່ງຈະສິ້ນສຸດໃນວັນທີ 31 ເມສາ ຈະມາເຖິງ.

        ກ່ອນໜ້ານັ້ນໃນວັນດຽວກັນ, ບັນດາປະເທດສະມາຊິກ ອີຢູ ໄດ້ຈັດຕັ້ງການປ່ອບບັດເລືອກຕັ້ງ ດ້ວຍອັດຕາສ່ວນຫຼາຍແມ່ນຮັບຮອງເອົາ ຂໍ້ສະເໜີດໍາເນີນການເຈລະຈາດ້ານການຄ້າກັບ ອາເມລິກາ ຢ່າງເປັນທາງການ ໂດຍ EC ເປັນຜູ້ລິເລີ່ມ. ໃນຂະນະນັ້ນ, ຝລັ່ງ ໄດ້ປ່ອນບັດຄ້ານ ແລະ ແບນຊິກ ປ່ອນບັດຂາວ. 

ຕອບກັບ