ຫວຽດນາມອາດຈະຮ້ອງຟ້ອງ DOC ເພີ່ມອັດຕາພາສີສຳລັບຜະລິດຕະພັນປາໜັງ

Chia sẻ

ຫວຽດນາມອາດ​ຈະ​ຮ້ອງ​ຟ້ອງ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ​ເພີ່ມ​ອັດຕາພາສີ​ສຳລັບຜະລິດ​ຕະພັນ​ປາ​ໜັງ

ຫວຽດນາມອາດຈະຮ້ອງຟ້ອງ DOC ເພີ່ມອັດຕາພາສີສຳລັບຜະລິດຕະພັນປາໜັງ - ảnh 1

(ພາບປະກອບ: tapchicongnghiep.vn
)

(vovworld)-​  ​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳຫວຽດນາມ (VASEP) ຫາ​ກໍ່​ອອກ​​ແຈ້ງ​ການ​ໜັງສືພິມ ຄັດຄ້ານ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ (DOC) ອອກ​ຄຳ​ຕັດສິນ​ສຸດ​ທ້າຍ ​ໃຫ້​ແກ່​ການ​ພິຈາລະນາ​ບໍລິຫານ​ຄັ້ງທີ 8 ​ໄລຍະ 2010-2011 ກ່ຽວ​ກັບ​ອັດຕາ​ພາສີ​​ຕ້ານ​ການ​ຂາຍ​ບຸບ​ລາຄາ​ສຳລັບ​ປາຈາ​ແຊ​ເຢັນຂອງ​ຫວຽດນາມ ​ນຳເຂົ້າຕະຫຼາດ​ອາ​ເມ​ລິ​ກາ. ​ໃນ​ຂໍ້​ຕົກລົງ​ນີ້, DOC ​ໄດ້ຈັດ​ວາງ​ອັດຕາ​ພາສີ​​ຕ້ານ​ການ​ຂາຍ​ບຸບ​ລາຄາ​ກ່ວາ 100% ສຳລັບ​ປາຈາ​ແຊ​ເຢັນ​ນຳ​ເຂົ້າຈາກ​ຫວຽດນາມ. VASEP ​ໃຫ້​ຮູ້​ວ່າ ຈະ​ປະຕິບັດ​ມາດ​ຕະການ​ປົກ​ປ້ອງ​ຂະ​ແໜງ​ປາຈາ​ຜ່ານ​ການ​ເຄື່ອນ​ໄຫວ​ນິຕິ​ກຳ, ຮຽກຮ້ອງ​ໃຫ້ DOC ປັບປຸງ​ຂໍ້​ຕົກລົງ​ສຸດ​ທ້າຍ ຂອງ​ການ​ພິຈາລະນາ​ບໍລິຫານ​ຄັ້ງທີ 8 ຕາມ​ກົດໝາຍ​ອາ​ເມ​ລິ​ກາ ກໍ່​ຄື​ບັນດາ​ຂໍ້​ຕົກລົງ​ຂອງ​ອົງການ​ການ​ຄ້າ​ໂລກ.