(vovworld) - ໃນລະຫວ່າງວັນທີ 30 - 31/05, ຄະນະຜູ້ແທນກະຊວງສາທາລະນະສຸກຫວຽດນາມ ໂດຍທ່ານນາງລັດຖະມົນຕີ ຫງວຽນທິກິມຕຽນ ນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 139 ສະພາບໍລິຫານງານອົງການອະນາໄມໂລກ (WHO) ຢູ່ເຊີແນວ, ປະເທດສະວິດ. ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ໄດ້ປະກອບຄຳເຫັນເຂົ້າໃນບັນດາບັນຫາສາທາລະນະສຸກ ເຊິ່ງໄດ້ດຶງດູດຄວາມສົນໃຈຂອງປະຊາຄົມໂລກ, ໃນນັ້ນມີພະຍາດທີ່ສົ່ງຜົນສະທ້ອນເຖິງລະບົບເສັ້ນປະສາດ, ມັນສະໝອງຄືພະຍາດ Alzheimer, ການສ້າງໂຄງການດຳເນີນງານເພື່ອປ້ອງກັນ, ຕ້ານພະຍາດຫູໜວກ, ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດເຖິງສຸຂະພາບຂອງມະນຸດ... ທີ່ເວທີປາໄສ ສະພາບໍລິຫານງານ WHO ກໍຄື ສະມັດຊາໃຫຍ່ອົງການອະນາໄມໂລກ, ຫວຽດນາມ ໄດ້ແບ່ງປັນບັນດາບົດຮຽນໃນການຮັບມືກັບບັນດາພະຍາດທີ່ຫາກໍ່ເກີດຂຶ້ນໃໝ່ ແລະ ອັນຕະລາຍຄືພະຍາດ Ebola, ອາການອັກເສບທາງລະບົບຫາຍໃຈຮຸນແຮງເຂດຕາເວັນອອກກາງ (MERS – CoV)… ເຊິ່ງແມ່ນບັນດາສິ່ງທ້າທາຍດ້ານສາທາລະນະສຸກໃນທົ່ວໂລກ.
ໃນອາຍຸການ 2016 – 2019, ຫວຽດນາມ ແລະ Fiji ແມ່ນ 2 ປະເທດທີ່ຕາງໜ້າໃຫ້ບັນດາປະເທດ ແລະ ເຂດແຄ້ວນໃນພາກພື້ນທາງທິດຕາເວັນຕົກປາຊີຟິກ ຢູ່ສະພາບໍລິຫານງານ WHO.