ຫວຽດ​ນາມ​ຕັ​້ງ​ໜ້າ​ປະ​ຕິ​ບັດ​ຄຳໝັ້ນ​ສັນ​ຍາ EVFTA

Chia sẻ
(VOVWORLD) -ພ້ອມກັບບັນດາຄຳໝັ້ນສັນຍາກ່ຽວກັບເນື້ອໃນດ້ານແຮງງານ, ຫວຽດນາມສືບຕໍ່ສະແດງໃຫ້ເຫັນຄວາມສາມາດໃນການປະຕິບັດບັນດາບັນຫາກ່ຽວກັບສິ່ງແວດລ້ອມ, ພັດທະນາແບບຍືນຍົງ, ຫາສິນທະເລໃຫ້ດີທີ່ສຸດ.

ສຳລັບ EVFTA ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຜະລິດຕະພັນທີ່ໄດ້ຮັບການຜະລິດຈາກບັນດາໂຮງງານທີ່ມີສະພາບແວດລ້ອມໃນການອອກແຮງງານທີ່ດີ, ເປັນມິດກັບສິ່ງແວດລ້ອມ ແລະຜູ້ອອກແຮງງານໄດ້ເຮັດວຽກຢູ່ໃນສະພາບການທີ່ປອດໄພ. ແມ່ນປະເທດສະມາຊິກຂອງອົງການແຮງງານສາກົນ, ມາຮອດປັດຈຸບັນ, ຫວຽດນາມ ໄດ້ໃຫ້ສັດຕະຍາບັນ ສົນທິສັນຍາ 6 ສະບັບ ໃນ 8 ສະບັບຂອງ ILO.

        ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ພວມຜັນຂະຫຍາຍການສ້າງໂຄງການດຳເນີນງານ ຂອງ ລັດຖະບານ, ສ້າງໂຄງປະກອບ ບັນດາຂົງເຂດເສດຖະກິດທີ່ເປັນທ່າແຮງຄືນໃໝ່, ປະຕິບັດການປະຕິຮູບ ແລະ ບັນດາໜ້າທີ່ປັບປຸງຂອບກົດໝາຍບົນພື້ນຖານບັນດາຄຳໝັ້ນສັນຍາໃນການເຊື່ອມໂຍງ.

ຕອບກັບ