ຫວຽດ​ນາມ​ຄວນ​ເພີ່ມ​​ກຳ​ລັງ​ຄວາມ​ສາ​ມາດ​ຕ້ານໂລກ​ລະ​ບາດ​ໃນອະ​ນາ​ຄົດ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 26 ສິງຫາ, ຢູ່ສຳນັກງານລັດຖະບານ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕ້ອນຮັບທ່ານນາງ Caitlin Weisen ຜູ້ຕາງໜ້າ ອົງການພັດທະນາຂອງ ສປຊ (UNDP) ປະຈຳ ຫວຽດນາມ, ມາເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການ.

ຫວຽດ​ນາມ​ຄວນ​ເພີ່ມ​​ກຳ​ລັງ​ຄວາມ​ສາ​ມາດ​ຕ້ານໂລກ​ລະ​ບາດ​ໃນອະ​ນາ​ຄົດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕ້ອນຮັບທ່ານນາງ Caitlin Weisen ຜູ້ຕາງໜ້າ ອົງການພັດທະນາຂອງ ສປຊ (UNDP) ປະຈຳ ຫວຽດນາມ (ພາບ: baochinhphu.vn)

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຢັ້ງຢືນວ່າ, ລັດຖະບານ ຫວຽດນາມ ຕີລາຄາສູງ ຕໍ່ບົດບາດຂອງອົງການ UNDP ເວົ້າລວມ, ໃນນາມສ່ວນຕົວທ່ານນາງ Caitlin Weisen ໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນໄລຍະເກີດພະຍາດໂຄວິດ - 19. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ອົງການ UNDP ສົມທົບກັບອົງການອະນາໄມໂລກ WHO ແລະ ບັນດາຄູ່ຮ່ວມມືສາກົນອື່ນ ເພີ່ມທະວີການໜູນຊ່ວຍທາງດ້ານ ພື້ນຖານສາທາລະນະສຸກ, ການແພດປ້ອງກັນ, ຊ່ວຍຫວຽດນາມ ເພີ່ມຄວາມສາມາດຮັບມືກັບໂລກລະບາດທີ່ຈະເກີດຂຶ້ນໃນອະນາຄົດ. ທ່ານນາງ Caitlin Weisen ໄດ້ແບ່ງປັນຄວາມຊົງຈຳ, ອາລົມຈິດຄວາມຮັກແພງຫຼາຍຢ່າງ ໃນໄລຍະທີ່ເຮັດວຽກຢູ່ ຫວຽດນາມ, ທ່ານນາງຢັ້ງຢືນວ່າ ຈະສືບຕໍ່ມີການປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນ, ມີຄວາມໝາຍເຂົ້າໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ UNDP ໃນຂອບເຂດໂຄງການລະດັບຊາດ ລະຫວ່າງ ຫວຽດນາມ - UNDP ໄລຍະ 2022 – 2026.

ຕອບກັບ