ຫວຽດ​ນາມ ແມ່ນ​ປະ​ເທດ​ໄດ້​ຮັບ​ການ​ອຸ​ປະ​ຖຳຫຼາຍ​ ອັນ​ດັບ​ທີ ສອງຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

Chia sẻ
(VOVWORLD) - ໃນໄລຍະ ແຕ່ປີ 2015 ຫາປີ 2022 ພາກພື້ນໄດ້ນີ້ຮັບຈຳນວນເງິນທີ່ໃຫ້ຄຳໝັ້ນສັນຍາອຸປະຖຳ ຂຶ້ນເຖິງ 380 ຕື້ USD, ໃນນັ້ນ, ໄດ້ປ່ອຍເງິນອອກເປັນຈຳນວນ 255 ຕື້ USD. 
ຫວຽດ​ນາມ ແມ່ນ​ປະ​ເທດ​ໄດ້​ຮັບ​ການ​ອຸ​ປະ​ຖຳຫຼາຍ​ ອັນ​ດັບ​ທີ ສອງຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ພາບປະກອບ: ສະຖາບັນ Lowy

ຫວຽດນາມ ແມ່ນປະເທດໄດ້ຮັບການອຸປະຖຳຈາກປະຊາຄົມສາກົນ ຫຼາຍອັນດັບທີ 2 ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຖັດຈາກ ອິນໂດເນເຊຍ. ຕາມໝາກຜົນຂອງການຄົ້ນຄ້ວາ ໂດຍສະຖາບັນ Lowy, ອົດສະຕາລີ ປະກາດໃນວັນທີ 17 ມິຖຸນາ, ໃນໄລຍະ ແຕ່ປີ 2015 ຫາປີ 2022 ພາກພື້ນໄດ້ນີ້ຮັບຈຳນວນເງິນທີ່ໃຫ້ຄຳໝັ້ນສັນຍາອຸປະຖຳ ຂຶ້ນເຖິງ 380 ຕື້ USD, ໃນນັ້ນ, ໄດ້ປ່ອຍເງິນອອກເປັນຈຳນວນ 255 ຕື້ USD. ຕາມ ສະຖາບັນ Lowy ແລ້ວ, ພາກພື້ນອາຊີຕາເວັນອອກສ່ຽງໃຕ້ແມ່ນພາກພື້ນມີຄວາມຂະຫຍັນຂັນເຄື່ອນທີ່ສຸດ ແລະ ພັດທະນາໄວທີ່ສຸດໃນໂລກ ຕາມແງ່ມູນເສດຖະກິດ ແລະ ປະຊາກອນ. ເຖິງຢ່າງໃດກໍຕາມ, ພາກພື້ນນີ້ ພັດປະສົບກັບສິ່ງທ້າທາຍໃນຂັ້ນຕອນພັດທະນາຄື, ສະພາບການທຸກຍາກອຶດຫິວ, ຂາດຄວາມສະເໝີພາບ, ບໍ່ໄດ້ເຂົ້າເຖິງການເບິ່ງແຍງດູແລທາງການແພດ ແລະ ການສຶກສາຢ່າງຄົບຖ້ວນ, ການຂາດສະຖຽນລະພາບດ້ານການເມືອງ ແລະ ໄດ້ຮັບຜົນຕາມມາຢ່າງຮ້າຍແຮງຈາກໄພທຳມະຊາດ.

ຕອບກັບ