ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ການ​ຮ່ວມ​ມື, ປົກ​ປັກ​ຮັກ​ສາ ແລະ ນຳ​ໃຊ້​ແຫຼ່ງ​ຊັບ​ພະ​ຍາ​ກອນ​ນ້ຳຂ້າມ​ຊາຍ​ແດນ​ແບບ​ຍືນ​ຍົງ

Chia sẻ
(VOVWORLD) - ວັນທີ 23 ພຶດສະພາ, ຢູ່ສຳນັກງານ ສປຊ ຕັ້ງຢູ່ ນິວຢອກ (ອາເມລິກາ), ຫວຽດນາມ ສົມທົບກັບ ສະໂລເວນີ, ສະວິດ ແລະ ປະເທດສະມາຊິກ ສປຊ ແລະ ບັນດາອົງການຈັດຕັ້ງສາກົນຈຳນວນໜຶ່ງໄດ້ ພ້ອມກັນຈັດເຫດການທີ່ມີຫົວຂໍ້ “ສະກັດກັ້ນການທຳລາຍແຫຼ່ງຊັບພະຍາກອນນ້ຳໃນການປະທະກັນປະກອບອາວຸດ ແລະ ເພີ່ມທະວີການປົກປ້ອງສາມັນຊົນ”, ໃນຂອບເຂດສັບປະດາປົກປ້ອງສາມັນຊົນ ສປຊ.
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ການ​ຮ່ວມ​ມື, ປົກ​ປັກ​ຮັກ​ສາ ແລະ ນຳ​ໃຊ້​ແຫຼ່ງ​ຊັບ​ພະ​ຍາ​ກອນ​ນ້ຳຂ້າມ​ຊາຍ​ແດນ​ແບບ​ຍືນ​ຍົງ - ảnh 1 ວາລະປຶກສາຫາລື (ພາບ: VOV)

ໃນວາລະປຶກສາຫາລື, ມີຜູ້ແທນຫຼາຍທ່ານໄດ້ຕີລາຄາສູງຄວາມສຳຄັນຂອງມະຕິເລກທີ 2573 ໂດຍ ຫວຽດນາມ ນຳສະເໜີໃນອາຍຸການເປັນກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ໄລຍະ 2020 – 2021 ວ່າດ້ວຍການ “ປັກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນສຳລັບຊີວິດການເປັນຢູ່ຂອງປະຊາຊົນ” ໃນການປົກປັກຮັກສາລະບົບ ແລະ ພື້ນຖານໂຄງລ່າງແຫຼ່ງນ້ຳ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ສະພາບການທຳລາຍບັນດາການບໍລິການ ແລະ ພື້ນຖານໂຄງລ່າງກ່ຽວກັບແຫຼ່ງນ້ຳ ກໍຄືການຈຳກັດການເຂົ້າເຖິງແຫຼ່ງນ້ຳສະອາດໃນການປະທະກັນນັ້ນ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ບໍ່ມີຄວາມຜິດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ພ້ອມດຽວກັນນັ້ນ, ສະພາບມົນລະພິດ ແລະ ຂາດແຄນແຫຼ່ງນ້ຳ ຍັງຮ້າຍແຮງກວ່າການຂາດຄວາມໝັ້ນຄົງດ້ານສະບຽງອາຫານ, ສະພາບການດ້ານສາທາລະນະສຸກ ແລະ ບັງຄັບໃຫ້ປະຊາຊົນຕ້ອງຍົກຍ້າຍອອກຈາກບ່ອນຢູ່ອາໄສຂອງຕົນ.

        ຜ່ານນັ້ນ, ຫວຽດນາມ ກໍ່ໄດ້ສະເໜີບາງມາດຕະການເພື່ອແນໃສ່ເພີ່ມທະວີການປົກປັກຮັກສາແຫຼ່ງນ້ຳໃນການປະທະກັນດ້ານປະກອບອາວຸດ. ມະຕິເລກທີ 2573 ໂດຍ ຫວຽດນາມ ນຳສະເໜີ ແມ່ນໜຶ່ງໃນບັນດາຂໍ້ລິເລີ່ມທີ່ສຳຄັນໃນບັນຫານີ້ ແລະ ການປະຕິບັດຕ້ອງໄດ້ຮັບການເພີ່ມທະວີ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ