ຫວຽດນາມ ອວຍພອນ ຍີ່ປຸ່ນ ເນື່ອງໃນໂອກາດພະເຈົ້າຈັກກະພັດ Naruhito ຂຶ້ນຄອງລາດ

Chia sẻ
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງລັດຖະບານ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຈະເຂົ້າຮ່ວມພິທີຂຶ້ນຄອງລາດພະເຈົ້າຈັກກະພັດຍີ່ປຸ່ນ Naruhito ຢູ່ ໂຕກຽວ, ຍີ່ປຸ່ນ ໃນລະຫວ່າງວັນທີ 22 – 23 ຕຸລາ 2019.
ຫວຽດນາມ ອວຍພອນ ຍີ່ປຸ່ນ ເນື່ອງໃນໂອກາດພະເຈົ້າຈັກກະພັດ Naruhito ຂຶ້ນຄອງລາດ - ảnh 1 ພະເຈົ້າຈັກກະພັດຍີ່ປຸ່ນ Naruhito (ພາບ: BBC)

ຕອນບ່າຍວັນທີ 17 ຕຸລາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມສະເໜີໃຫ້ຮູ້ກ່ຽວກັບ: ການຕີລາຄາຂອງ ຫວຽດນາມ ຕໍ່ເລື່ອງ ຍີ່ປຸ່ນ ມີພະເຈົ້າຈັກກະພັດອົງໃໝ່, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຊີ້ແຈ້ງວ່າ “ຫວຽດນາມ ອວຍພອນໃຫ້ພະລາດຊະວົງ ແລະ ປະຊາຊົນ ຍີ່ປຸ່ນ ຢ່າງຈິງໃຈ ເນື່ອງໃນໂອກາດພະເຈົ້າຈັກກະພັດ Naruhito ຂຶ້ນຄອງລາດ. ພາຍຫລັງພະເຈົ້າຈັກກະພັດ Naruhito ຂຶ້ນຄອງລາດ, ການນຳຂັ້ນສູງຂອງ ຫວຽດນາມ ໄດ້ສົ່ງສານອວຍພອນ. ຫວຽດນາມ ເຊື່ອໝັ້ນຢ່າງແນວແນ່ວ່າ ພາຍໃຕ້ລາດຊະວົງ “Reiwa”, ປະເທດ ແລະ ປະຊາຊົນ ຍີ່ປຸ່ນ ຈະສືບຕໍ່ບັນລຸໄດ້ບັນດາຜົນງານຍິ່ງໃຫຍ່ໃນພາລະກິດສ້າງສາປະເທດຊາດໃຫ້ວັດທະນາຖາວອນ, ຈະເລີນຮຸ່ງເຮືອງ, ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ຈະສືບຕໍ່ໄດ້ຮັບການປັບປຸງ, ພັດທະນາອັນດີງາມ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາຢູ່ພາກພື້ນ ແລະ ໃນໂລກ”.  

        ແລະກໍ່ໃນວັນທີ 17 ຕຸລາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງລັດຖະບານ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຈະເຂົ້າຮ່ວມພິທີຂຶ້ນຄອງລາດພະເຈົ້າຈັກກະພັດຍີ່ປຸ່ນ Naruhito ຢູ່ ໂຕກຽວ, ຍີ່ປຸ່ນ ໃນລະຫວ່າງວັນທີ 22 – 23 ຕຸລາ 2019.

ຕອບກັບ