ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ແຮງ​ງານ​ອົບ​ພະ​ຍົບ

Chia sẻ
(VOVWORLD) -  ຕອນບ່າຍວັນທີ 23 ພຶດສະພາ, ກອງປະຊຸມລັດຖະມົນຕີຄັ້ງທີ 4 ກ່ຽວກັບການຮ່ວມມືດ້ານແຮງງານລະຫວ່າງບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ (CLMTV) ໄດ້ຈັດຂຶ້ນຕາມຮູບແບບທາງໄກ.
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ແຮງ​ງານ​ອົບ​ພະ​ຍົບ - ảnh 1 ທ່ານ ຫງວຽນບ໊າຮວານ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ (ພາບ: VOV)

ທີ່ກອງປະຊຸມ, ລັດຖະມົນຕີ, ຫົວໜ້າຄະນະຜູ້ແທນບັນດາປະເທດ ໄດ້ແລກປ່ຽນ, ແບ່ງປັນ ແລະ ອັບເດດຂໍ້ມູນກ່ຽວກັບນະໂຍບາຍໃໝ່ສະບັບຕ່າງໆໃນໄລຍະ 2019 – 2024, ບັນດາບົດຮຽນ ແລະ ບົດຮຽນປະສົບການທີ່ຖອດຖອນມາໄດ້ຈາກຊຸມປີທີ່ຖືກຂາດຕອນຍ້ອນຖືກຜົນກະທົບຈາກການລະບາດຂອງພະຍາດໂຄວິດ - 19.  ທ່ານ ຫງວຽນບ໊າຮວານ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ເຜີຍໃຫ້ຮູ້ກ່ຽວກັບບັນດາການປ່ຽນແປງໃໝ່ ນະໂຍຍາຍຂອງ ຫວຽດນາມ ໃນຊຸມປີຜ່ານມາ ເພື່ອຄຸ້ມຄອງແຮງງານຕ່າງປະເທດ ທີ່ເຂົ້າມາເຮັດວຽກຢູ່ ຫວຽດນາມ, ກໍຄື ກົດໝາຍວ່າດ້ວຍແຮງງານ ຫວຽດນາມ ເມື່ອໄປເຮັດວຽກຢູ່ຕ່າງປະເທດ. ທ່ານ  ຫງວຽນບ໊າຮວານ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມຊຸກຍູ້ສິດ ແລະ ຜົນປະໂຫຍດອັນຊອບທຳຂອງແຮງງານອົບພະຍົບ. ທ່ານກ່າວວ່າ:

        “ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະສົມທົບ ແລະ ຮ່ວມມືກັບບັນດາປະເທດຢ່າງແໜ້ນແຟ້ນໃນການຄຸ້ມຄອງແຮງງານອົບພະຍົບຜ່ານຊາຍແດນຢ່າງມີປະສິດທິຜົນ ກໍຄື ຊຸກຍູ້ຄວາມສາມາດແລກປ່ຽນ, ມຸ່ງໄປເຖິງເລື່ອງອາດຈະເຊື່ອມຕໍ່ປະກັນສັງຄົມ ໃນອະນາຄົດ. ພວກຂ້າພະເຈົ້າກໍຫວັງວ່າ, ກົນໄກຮ່ວມມືແຮງງານຂັ້ນລັດຖະມົນຕີຂອງບັນດາປະເທດ CLMTV ຈະປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ໃນສະພາບແວດລ້ອມແຫ່ງສັນຕິພາບ ເພື່ອຄວາມວັດທະນາຖາວອນລວມຂອງພາກພື້ນ”.

ຕອບກັບ