ຫວຽດ​ນາມ - ລາວ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ ການ​ສື​່​ສານ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 2 ພະຈິກ, ຄະນະພະນັກງານຄວບຄຸມສື່ມວນຊົນລາວ ໂດຍທ່ານ ໄພບູນ ວິລະທອງ ຫົວໜ້າຫ້ອງການຄຸ້ມຄອງຜະລິດຕະພັນສື່ມວນຊົນ, ກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ລາວ ໄດ້ນຳໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ສະຖານີວິທະຍຸກະຈາຍສຽງ ຫວຽດນາມ (VOV).
ຫວຽດ​ນາມ - ລາວ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ ການ​ສື​່​ສານ - ảnh 1ບັນດາຜູ້ແທນເຂົ້າຮ່ວມການເຮັດວຽກ ຖ່າຍຮູບເປັນທີ່ລະນຶກ

ທີ່ການເຮັດວຽກ, ທ່ານ ໂງມິງຫຽນ - ຮອງຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ VOV ຍາມໃດກໍ່ໃຫ້ບຸລິມະສິດການພົວພັນທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ກັບ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ ເວົ້າສະເພາະ ແລະ ຂະແໜງສື່ມວນຊົນລາວ ເວົ້າລວມ, ເປັນຕົ້ນແມ່ນໃນບັນດາຂົງເຂດຄື: ການລົງທຶນ, ບຳລຸງສ້າງ, ກໍ່ສ້າງ…

ວິທະຍຸກະຈາຍສຽງແຫ່ງຊາດ ລາວ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ລາວ ແມ່ນຄູ່ຮ່ວມມືພິເສດ ຂອງ VOV, ແມ່ນການພົວພັນຮ່ວມມືທີ່ຍາວນານ ແລະ ມີປະສິດທິຜົນທີ່ສຸດ. ທຸກໆປີ, ພວກຂ້າພະເຈົ້າໄດ້ຈັດສົ່ງຄະນະປະຕິບັດງານໄປຍັງລາວ ເພື່ອແລກປ່ຽນ, ປຶກສາຫາລືຜັນຂະຫຍາຍບັນດາຂົງເຂດຮ່ວມມືລະຫວ່າງສອງຝ່າຍ, ຈັດສົ່ງນັກເຕັກນິກໄປຮັກສາບຳລຸງ ສ້ອມແປງເຄື່ອງຈັກ, ວັດຖຸອຸປະກອນກະຈາຍສຽງ, ກໍ່ຄືຕ້ອນຮັບນັກຂ່າວລາວ ມາບຳລຸງສ້າງ ແລະ ຮ່ວມມືກັນເຮັດວຽກຢູ່ ຫວຽດນາມ.

ທ່ານ ໄພບູນ ວິລະທອງ ຫົວໜ້າຄະນະພະນັກງານ ລາວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດາການຊ່ວຍເຫຼືອທາງດ້ານວິຊາສະເພາະ, ພື້ນຖານໂຄງລ່າງ ເຊິ່ງ VOV ສະຫງວນໃຫ້ແກ່ລາວ ເວົ້າລວມ ແລະ ວິທະຍຸກະຈາຍສຽງແຫ່ງຊາດ ລາວ ເວົ້າສະເພາະໃນໄລຍະຜ່ານມາ. ທ່ານແບ່ງປັນວ່າ:

   ຄະນະພະນັກງານສື່ມວນຊົນ ລາວ ມາຢ້ຽມຢາມ VOV ລວມມີ 15 ທ່ານ ທີ່ພວມຮ່ຳຮຽນຢູ່ ຊຸດຝືກອົບຮົບ ວຽກງານຄຸ້ມຄອງສື່ມວນຊົນທີ່ສະຫງວນໃຫ້ແກ່ພະນັກງານ ຄຸ້ມຄອງສື່ມວນຊົນ ປະເທດ ລາວ ປີ 2023 ຢູ່ ສະຖາບັນສື່ມວນຊົນ ແລະ ໂຄສະນາ ຢູ່ຮ່າໂນ້ຍ. ໃນໄລຍະຢູ່ທີ່ນີ້, ຄະນະມີໂອກາດໄດ້ຮ່ຳຮຽນ ແລະ ແລກປ່ຽນໂດຍກົງ ກ່ຽວກັບວຽກງານຄຸ້ມຄອງສື່ມວນຊົນ, ວຽກງານຫັນຂົງເຂດສື່ມວນຊົນເປັນດີຈີຕອນ, ໄດ້ໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນປະສົບການກັບໜັງສືພິມ vnexpress, ວາລະສານ ກອມມູນິດ, ສະຖານີໂທລະພາບ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ.

ຕອບກັບ