ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື ໃນຂົງເຂດກະຈາຍສຽງ - ໂທລະພາບ

Chia sẻ
(VOVWORLD) -ໂຄງການດັ່ງກ່າວ ແມ່ນໂຄງການຮ່ວມມືຊ່ວຍເຫຼືອຂອງລັດຖະບານຫວຽດນາມ ທີ່ສະຫງວນໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ; ຊ່ວຍເພີ່ມລະດັບຄວບຄຸມຄື້ນ, ກະຈາຍສຽງ-ໂທລະພາບ ຢູ່ເຂດພາກກາງ ເພື່ອຊ່ວຍປະຊາຊົນລາວ ໄດ້ຮັບຂໍ້ມູນຂ່າວສານທີ່ມີປະໂຫຍດ, ເຂົ້າໃຈແຈ້ງກ່ຽວກັບແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ຢ່າງວ່ອງໄວ ແລະ ທັນການ
ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື ໃນຂົງເຂດກະຈາຍສຽງ - ໂທລະພາບ - ảnh 1ພິທີມອບ-ຮັບ ສະຖານີຖ່າຍທອດກະຈາຍສຽງ - ໂທລະພາບ ເຂດພາກກາງລາວ ລະຫວ່າງ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ລາວ 

ວັນທີ 24 ທັນວາ, ຢູ່ແຂວງສະຫວັນນະເຂດຂອງລາວ, ໄດ້ດໍາເນີນພິທີມອບ-ຮັບ ແລະ ນໍາເຂົ້າໃຊ້ການສະຖານີຖ່າຍທອດກະຈາຍສຽງ - ໂທລະພາບ ເຂດພາກກາງລາວ ລະຫວ່າງ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ລາວ. ກ່າວຄໍາເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ລາວ ສະຫວັນຄອນ ຣາສະມົນຕີ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ແມ່ນໂຄງການຮ່ວມມືຊ່ວຍເຫຼືອຂອງລັດຖະບານຫວຽດນາມ ທີ່ສະຫງວນໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ; ຊ່ວຍເພີ່ມລະດັບຄວບຄຸມຄື້ນ, ກະຈາຍສຽງ-ໂທລະພາບ ຢູ່ເຂດພາກກາງ ເພື່ອຊ່ວຍປະຊາຊົນລາວ ໄດ້ຮັບຂໍ້ມູນຂ່າວສານທີ່ມີປະໂຫຍດ, ເຂົ້າໃຈແຈ້ງກ່ຽວກັບແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ຢ່າງວ່ອງໄວ ແລະ ທັນການ ປະກອບສ່ວນພັດທະນາ ແລະ ຊຸກຍູ້ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ.

ຕອບກັບ