ຫວຽດນາມ - ຝຣັ່ງ ເພີ່ມທະວີການຮ່ວມມືໃນຂົງເຂດສິ່ງແວດລ້ອມ

Chia sẻ
(VOVWORLD) -ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ ເພື່ອກະກຽມໃຫ້ແກ່ການລົງນາມເອກະສານຮ່ວມມືລະຫວ່າງ ແນວໂຮມປະເທດຊາດ  ຫວຽດນາມ ແລະ ສະພາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຝຣັ່ງ. 
ຫວຽດນາມ - ຝຣັ່ງ ເພີ່ມທະວີການຮ່ວມມືໃນຂົງເຂດສິ່ງແວດລ້ອມ - ảnh 1ການເຮັດວຽກລະຫວ່າງ ແນວໂຮມປະເທດຊາດ  ຫວຽດນາມ ແລະ ສະພາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຝຣັ່ງ 

ວັນທີ 17 ກັນຍາ ທີ່ ປາຣີ, ຢູ່ນອກຮອບກອງປະຊຸມຄົບຄະນະສະມັດຊາໃຫຍ່ສະມາຄົມສາກົນ ກ່ຽວກັບສະພາເສດຖະກິດ, ສັງຄົມ ແລະ ບັນດາການອົງຈັດຕັ້ງທຽບເທົ່າ (AICESIS), ຄະນະປະຕິບັດງານຂອງຄະນະກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານ ເຮົ່າອາເລັ່ງ ຮອງປະທານ, ເລຂານຸການໃຫຍ່ ນຳໜ້າ, ໄດ້ເຮັດວຽກຮ່ວມກັບການນຳສະພາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຂອງຝຣັ່ງ ແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດສິ່ງແວດລ້ອມ. ທີ່ການເຮັດວຽກ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ ເພື່ອກະກຽມໃຫ້ແກ່ການລົງນາມເອກະສານຮ່ວມມືລະຫວ່າງ ແນວໂຮມປະເທດຊາດ  ຫວຽດນາມ ແລະ ສະພາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຝຣັ່ງ. ພ້ອມດຽວກັນນີ້ສອງຝ່າຍກໍ່ໄດ້ເປັນເອກະພາບກັນສ້າງຕັ້ງກຸ່ມປະຕິບັດງານ ເພື່ອສ້າງສຳເລັດເອກະສານການຮ່ວມມື, ຖືກຕາມກຳນົດມາດຕະຖານກົດໝາຍຂອງສອງປະເທດ, ແນໃສ່ກຽມພ້ອມໃຫ່ແກ່ພິທີລົງນາມຢ່າງເປັນທາງການທີ່ ຮ່າໂນ້ຍ, ໃນໂອກາດຢ້ຽມຢາມ ຫວຽດນາມ ຂອງທ່ານ Edouard Philipe ນາຍົກລັດຖະມົນຕີ ຝຣັ່ງ, ຄາດວ່າຈະມີຂຶ້ນໃນເດືອນ ພະຈິກ ຈະມາເຖິງ.

ຕອບກັບ