ຫວຽດນາມ ນອນໃນຈຳນວນຕະຫລາດ12 ແຫ່ງ ທີ່ມີຄວາມສາມາດບ່ົມຊ້ອນ ສຳລັບ ວິສາຫະກິດ ອັງກິດ

Chia sẻ
ອັງກິດ​ຖື​ ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ພື້ນຖານ​​ເສດຖະກິດ​ມີ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ ​ແລະ ຂະຫຍັນ​ຂັນ​ເຄື່ອນ ຢູ່ ອາຊີ
ຫວຽດນາມ ນອນໃນຈຳນວນຕະຫລາດ12 ແຫ່ງ ທີ່ມີຄວາມສາມາດບ່ົມຊ້ອນ ສຳລັບ ວິສາຫະກິດ ອັງກິດ - ảnh 1
ວິສາຫະກິດ FDI
ພາບປະກອບ

(vovworld) - ວັນ​ທີ 9/2 ຢູ່​ນະຄອນຫລວງ ລອນ​ດອນ, ອົງການ​ການ​ຄ້າ ​ແລະ ລົງທຶນ ຂອງອັງກິດ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ ​ແນະນຳ​ບັນດາ​ກາລະ​ໂອກາດ​ການ​ລົງທຶນ​ຢູ່  ຕະຫລາດ​12 ​ແຫ່ງ ທີ່​ມີ​ການ​ເຕີບ​ໂຕ​ສູງ ​ແລະ ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ ຢູ່ ອາຊີ, ​ໃນ​ນັ້ນ​ມີ​ຫວຽດນາມ ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ອັງກິດ ​ເພື່ອ​ສົ່ງ​ເສີມ​ໃຫ້​ເຂົາ​ເຈົ້າ​ຊອກ​ຫາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່​ບັນດາ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ນີ້. ທ່ານ Vince Cabble ລັດຖະມົນຕີ​ກະຊວງ​ດຳ​ເນີນ​ທຸລະ​ກິດ, ຄວາມ​ຊຳນານ​ງານ ​ແລະ ປັບປຸງ ຂອງ​ ອັງ​ກິດ ຊຶ່ງ​ແມ່ນ​ຜູ້​ທີ່​ຫາ​ກໍ​ມີ​ການ​ຢ້ຽມຢາມ​ຫວຽດນາມ ​ໄດ້​ພ້ອມ​ກັບ​ຜູ້​ຊ່ຽວຊານ​ການ​ຄ້າ​ຫລາຍ​ທ່ານ ​ແລະ ບັນດາ​ວິ​ສາ​ຫະກິດ​ ພວມ​ດຳ​ເນີນ​ທຸລະ​ກິດ​ສຳ​ເລັດ​ຜົນ​ຢູ່ ອາຊີ ​ໄດ້​ຊີ້​​ໃຫ້​ເຫັນ​ບັນດາ​ສາຍ​ເຫດຊຶ່ງ​ບັນດາວິ​ສາ​ຫະກິດ ອັງກິດ ຄວນ​ມາ​ສຳ​ຫລວດ​ກາລະ​ໂອກາດ​ການ​ລົງທຶນ ຢູ່ ຕະຫລາດ 12 ​ແຫ່ງ​ດັ່ງກ່າວ, ​ໃນ​ນັ້ນ ມີ​ຫວຽດນາມ.ອັງກິດ​ຖື​ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ພື້ນຖານ​​ເສດຖະກິດ​ມີ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ ​ແລະ ຂະຫຍັນ​ຂັນ​ເຄື່ອນ ຢູ່ ອາຊີ, ມີພົນລະ​ເມືອງ​ຫນຸ່ມ​ແຫນ້ນ ​ແລະ ​ເປັນ​ຈຳນວນ​ຫລາຍ. ຫວຽດນາມ ​ແລະ ອັງກິດ ມີ​ສາຍ​ພົວພັນ​ທາງ​ດ້ານ​ການ​ເມືອງອັນ​ດີງາມ, ສອງ​ປະ​ເທດສ້າງສາຍ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເມື່ອ​ປີ 2010 ​ແລະ ​ເດືອນ 12 ປີ 2011  ​ໄດ້​ເປີດ​ສາຍ​ການບິນ​ໂດຍ​ກົງ​ລະຫວ່າງ ຮ່າ​ໂນ້ຍ, ນະຄອນ ​ໂຮ່ຈິ​ມີນ ​ແລະ ລອນ​ດອນ. ບັນດາ​ປັດ​ໃຈ​ນີ້ ຈະ​ຊ່ວຍ​ສ້າງ​ກາລະ​ໂອກາດ​ຫລາຍ​ຢ່າງ​​ໃນ​​ການ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ​ທີ່​ມີ​ຕໍ່​ວິ​ສາ​ຫະກິດ ອັງກິດ

ຕອບກັບ