ຫວຽດ​ນາມ ຍາມ​ໃດ​ກໍ​ຖື ຍີ່​ປຸ່ນ ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ ແລະ ຍາວ​ນານ

Chia sẻ
(VOVWORLD) - ໃນຂອບເຂດການຢ້ຽມຢາມ, ເຮັດວຽກຢູ່ ຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມອະນາຄົດ ອາຊີ ຄັ້ງທີ 29, ວັນທີ 23 ພຶດສະພາ, ຢູ່ນະຄອນຫຼວງ ໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ພົບປະກັນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumino.
ຫວຽດ​ນາມ ຍາມ​ໃດ​ກໍ​ຖື ຍີ່​ປຸ່ນ ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ ແລະ ຍາວ​ນານ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍພົບປະກັນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumino.
(ພາບ: VOV)

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖື ຍີ່ປຸ່ນ ເປັນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານ; ພ້ອມທັງປາດຖະໜາວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ພ້ອມກັນຊຸກຍູ້ຜັນຂະຫຍາຍຂອບເຂດການພົວພັນຄູ່່ຮ່ວມມືຍຸດທະສາດຮອບດ້ານ ທີ່ສອງປະເທດຫາກໍ່ສ້າງຕັ້ງຂຶ້ນ ກໍຄືຂໍ້ຕົກລົງສະບັບຕ່າງໆ ແລະ ຄວາມຮັບຮູ້ລວມສຳຄັນລະຫວ່າງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Kishida Fumio ໃຫ້ເປັນລະອຽດ, ມີປະສິດທິຜົນ.

              ສ່ວນທ່ານນາຍົກລັດຖະມົນຕີ Kishida Fumio ຕີລາຄາສູງການເຂົ້າຮ່ວມ ແລະ ຕີລາຄາຂອງ ຫວຽດນາມ ເຂົ້າໃນກອງປະຊຸມ ອະນາຄົດ ອາຊີ; ທ່ານຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີປຸ່ນ ພັດທະນາໃນທຸກຂົງເຂດໃນໄລຍະຈະມາເຖິງຢ່າງແທດຈິງ ແລະ ມີປະສິດທິຜົນກວ່າອີກ.

            ບຸ່ຍຮຸ່ງ - ງອກຮວັນ, ນັກຂ່າວ VOV ປະຈຳ ຍີ່ປຸ່ນ


ຕອບກັບ