ຫວຽດ​ນາມ - ຈຸດ​ນັດ​ພົບ​ທີ່​ຈັບ​ໃຈ​ຂອງ​ແຂກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ

Chia sẻ
(VOVWORLD) - ວັນທີ 18 ມິຖຸນາ, ຢູ່ນະຄອນ Melbourne, ອົດສະຕາລີ, ໄດ້ດຳເນີນເວທີປາໄສການທ່ອງທ່ຽວ ອົດສະຕາລີ - ຫວຽດນາມ ໂດຍອົງການການຄ້າ ອົດສະຕາລີຈັດຂຶ້ນເພື່ອແນໃສ່ສະໜອງຂໍ້ມູນຂ່າວສານຢ່າງຮອບດ້ານກ່ຽວກັບຕະຫຼາດທ່ອງທ່ຽວ ຫວຽດນາມ ແລະ ອົດສະຕາລີ, ຜ່ານນັ້ນຊຸກຍູ້ການເຄື່ອນໄຫວທ່ອງທ່ຽວລະຫວ່າງສອງປະເທດ.
ຫວຽດ​ນາມ - ຈຸດ​ນັດ​ພົບ​ທີ່​ຈັບ​ໃຈ​ຂອງ​ແຂກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ - ảnh 1ທ່ານນາງ Philipa King ຮອງຫົວໜ້າອົງການການຄ້າ ອົດສະຕາລີ (ພາບ: VOV)

ເວທີປາໄສໄດ້ດຳເນີນໃນສະພາບການຈຳນວນແຂກທ່ອງທ່ຽວ ຫວຽດນາມ ມາທ່ຽວອົດສະຕາລີເພີ່ມຂຶ້ນໄວ, ປະມານ 50%ໃນປີ 2023 ດ້ວຍ 150.000 ເທື່ອຄົນ. ນີ້ແມ່ນໂອກາດທີ່ດີເພື່ອສະໜອບບັນດາຂໍ້ມູນຂ່າວສານໂດຍອັບເດດຕະຫຼາດຂອງແຕ່ລະຝ່າຍ ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດການທ່ອງທ່ຽວສອງຝ່າຍພົບປະກັນ. ທ່ານນາງ Philipa King ຮອງຫົວໜ້າອົງການການຄ້າ ອົດສະຕາລີ ໃຫ້ຮູ້ວ່າ:

ການທ່ອງທ່ຽວແມ່ນຂົງເຂດທີ່ສຳຄັນໃນການພົວພັນລະຫວ່າງ ອົດສະຕາລີ ແລະ ຫວຽດນາມ. ສອງປະເທດໄດ້ໃຫ້ຄຳໝັ້ນສັນຍາ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 10 ຂອງກັນ, ໃນນັ້ນການທ່ອງທ່ຽວແມ່ນຂົງເຂດສົ່ງອອກປາຍແຫຼມຂອງທັງສອງຝ່າຍ. ເມື່ອການທ່ອງທ່ຽວພັດທະນາ, ປະຊາຊົນສອງປະເທດຈະເຂົ້າໃຈກ່ວາກ່ຽວກັບປະເທດຊາດ, ວັດທະນະທຳ ແລະ ການສຶກສາຂອງກັນ, ຜ່ານນັ້ນ ປັບປຸງການພົວພັນສອງຝ່າຍ ແລະ ກາຍເປັນພື້ນຖານອັນໝັ້ນແກ່ນເພື່ອໃຫ້ສອງປະເທດກາຍເປັນຄູ່ຮ່ວມມືສຳຄັນຂອງກັນໃນພາກພື້ນ.

 ທີ່ເວທີປາໄສ, ບັນດາບໍລິສັດທ່ອງທ່ຽວລ້ວນແຕ່ຖືວ່າ ຫວຽດນາມ ແມ່ນຕະຫຼາດທ່ອງທ່ຽວ ທີ່ມີຄວາມສາມາດບົ່ມຊ້ອນ, ດ້ວຍການລົງພຶດຕິກຳຕົວຈິງທີ່ເປັນໜ້າຈັບໃຈກ່ຽວກັບວັດທະນະທຳ, ມີປູຊະນີຍະສະຖານປະຫວັດສາດຫຼາຍແຫ່ງ, ຫາດຊາຍທະເລທີ່ສວຍງາມ, ເຂດພູຜາປ່າໄມ້, ນາຂັ້ນໄດ, ສວນສາທາລະນະທີ່ມີລະບົບນິເວດອຸດົມສົມບູນ.

ຕອບກັບ