ຫວຽດ​ນາມ ຄັດ​ຄ້ານ​ທຸ​ກ​ການ​ກະ​ທຳ​ທີ່ຍຸ​ແຫຍ່ ແລະ ແບ່ງ​ແຍກ​ນ້ຳ​ໃຈ​ຂອງ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ

Chia sẻ
(VOVWORLD) -  ວັນທີ 23 ພຶດສະພາ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຜີຍໃຫ້ຮູ້ທັດສະນະຂອງ ຫວຽດນາມ ຕໍ່ເລື່ອງ ກຳປູເຈຍ ສະເໜີຝ່າຍ ຫວຽດນາມ ໃຫ້ການຮ່ວມມືສືບສວນຂໍ້ມູນຂອງບັນຊີສື່ສັງຄົມອອນໄລຈຳນວນໜຶ່ງ ທີ່ໄດ້ຮັບຖືວ່າ ເປັນພົນລະເມືອງ ຫວຽດນາມ ມີຄຳວາຈາບໍ່ສົມມາພາຄວນຕໍ່ບົດຂຽນທີ່ເອົາລົງໃນບັນຊີສື່ສັງຄົມອອນໄລຂອງທ່ານ Samdech Techo Hun Sen ປະທານສະພາສູງ ກຳປູເຈຍ.
ຫວຽດ​ນາມ ຄັດ​ຄ້ານ​ທຸ​ກ​ການ​ກະ​ທຳ​ທີ່ຍຸ​ແຫຍ່ ແລະ ແບ່ງ​ແຍກ​ນ້ຳ​ໃຈ​ຂອງ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ - ảnh 1ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ)

ທ່ານນາງ ຟ້າມທູຮັ່ງ ຊີ້ແຈ້ງວ່າ ບັນຊີສື່ສັງຄົມອອນລາຍຈຳນວນໜຶ່ງທີ່ໄດ້ຮັບຖືວ່າສົ່ງຈາກ ຫວຽດນາມ ສະແດງຄຳເຫັນສ່ວນຕົວໃນສື່ສັງຄົມອອນໄລໃນໄລຍະຜ່ານນັ້ນ ບໍ່ແມ່ນຕົວແທນໃຫ້ແກ່ທັດສະນະຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ.

        ຫວຽດນາມ ບໍ່ເຫັນດີກັບຄຳເຫັນ ຫຼື ຄຳວິຈານທີ່ມີລັກສະນະຍຸແຫຍ່, ແບ່ງແຍກນ້ຳໃຈອັນດີງາມລະຫວ່າງປະຊາຊົນ ຫວຽດນາມ ແລະ ກຳປູເຈຍ ແລະ ໂຈມຕີສ່ວນຕົວການນຳສອງປະເທດ. ບົນພື້ນຖານການພົວພັນອັນດີງາມຖານບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານກັບ ກຳປູເຈຍ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງສອງຝ່າຍ ຕ້ອງມີບັນດາມາດຕະການແທດຈິງ ແລະ ມີປະສິດທິຜົນ ເພື່ອຊ່ວຍໃຫ້ປະຊາຊົນ ແລະ ລຸ້ນອະນາຄົດຂອງສອງປະເທດ ມີຄວາມເຂົ້າໃຈແຈ້ງ, ຄົບຖ້ວນກ່ຽວກັບການພົວພັນນີ້, ນຳການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງແຮງກວ່າອີກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

        ຫວຽດນາມ ເຊື່ອໝັ້ນວ່າ ສອງປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການແບ່ງປັນຂໍ້ມູນຂ່າວສານໃນຫຼາຍຂົງເຂດ, ໃນນັ້ນ ມີໂຄງການຄອງເໝືອງ Funan Techo, ກໍຄື ການຄົ້ນຄວ້າກ່ຽວກັບຜົນກະທົບຂ້າມຊາຍແດນຂອງໂຄງການນີ້, ຜ່ານນັ້ນ, ກໍ່ຮັບປະກັນຜົນປະໂຫຍດອັນກົມກຽວຂອງບັນດາປະເທດ ແລະ ປະຊາຊົນທີ່ດຳລົງຊີວິດຢູ່ແຄມແມ່ນ້ຳ, ຄຸ້ມຄອງ, ນຳໃຊ້ແຫຼ່ງຊັບພະຍາກອນນ້ຳ ຢູ່ແມ່ນ້ຳຂອງ ໃຫ້ມີປະສິດທິຜົນ ແລະ ຍືນຍົງ.

ຕອບກັບ