ສະເຫລີມສະຫລອງວັນຕົວເມືອງຫວຽດນາມ

Chia sẻ

(vovworld)- ຕອນເຊົ້າວັນທີ 8/11 ຢູ່ ຮ່າໂນ້ຍ, ກະຊວງກໍ່ສ້າງ, ສະຫະສະມາຄົມບັນດາຕົວເມືອງຫວຽດນາມ ແລະ ສະມາຄົມວາງແຜນຜັງ

ສະເຫລີມສະຫລອງວັນຕົວເມືອງຫວຽດນາມ - ảnh 1


(vovworld)- ຕອນເຊົ້າວັນທີ 8/11 ຢູ່ ຮ່າໂນ້ຍ, ກະຊວງກໍ່ສ້າງ, ສະຫະສະມາຄົມບັນດາຕົວເມືອງຫວຽດນາມ ແລະ ສະມາຄົມວາງແຜນຜັງພັດທະນາຕົວເມືອງ ຫວຽດນາມ ຈັດຕັ້ງພິທີຂຳ່ນັບຮັບຕ້ອນ ວັນຕົວເມືອງ (8/11) ພ້ອມທັງປຸກລະດົມຫົວຂໍ້ຂອງປີ 2014 “ສ້າງຕົວເມືອງເຕີບໂຕຂຽວ”. ການປຸກລະດົມດັ່ງກ່າວເພື່ອຮຽກຮ້ອງ
ໃຫ້ບັນດາຕົວເມືອງໃນທົ່ວປະເທດຕອບສະຫນອງ ​ແລະ ມີ​ແຜນການ​ດຳ​ເນີນ​ງານ​ລະອຽດ ຜັນ​ຂະຫຍາຍ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ດັ່ງກ່າວ​ໃນ​ປີ 2014 ​ແລະ ຊຸມ​ປີ​ຕໍ່​ໄປ. ທ່ານ ຫງວຽນ​ແທງ​ງີ້, ຮອງ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ ຫວຽດນາມ ຊີ້​ແຈ້ງວ່າ:

“ການ​ເຕີບ​​ໂຕ​ຂຽວ​ແມ່ນ​ເນື້ອ​ໃນ​ສຳຄັນ​ຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ, ຮັບປະກັນ​ການ​ພັດທະນາ​ເສດຖະກິດ​ວອ່ງ​ໄວ, ມີ​ປະສິດທິ​ຜົນ, ຍືນ​ຍົງ ​ແລະ ປະກອບ​ສວ່ນປະຕິບັດ​ຍ​ຸດທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ກໍ່ສ້າງ​ເຂດ​ຕົວ​ເມືອງ​ຕາມ​ທິດ​ພັດທະນາ​ຂຽວ ຕ້ອງ​ປະຕິບັດ​ບັນດາ​ມາດ​ຕະການຢ່າງ​ຄົບ​ຊຸດ.”