ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ມູນ​ເຊື້ອກອງ​ຄົ້ນ​ຫາ, ທ້ອນ​ໂຮມ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ທະ​ຫານ​ເຂດ 2 ຢູ່​ລາວ

Chia sẻ
(VOVWORLD) - ທ່ານ  ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງ ແຂວງ ອຸດົມໄຊ ໄດ້ສະແດງຄວາມຮູ້ບູນຄູນຕໍ່ການເສຍສະຫຼະຊີວິດຂອງບັນດາ ທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ໃນພາລະກິດແຫ່ງການປະຕິວັດສາກົນອັນສູງສົ່ງ
ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ມູນ​ເຊື້ອກອງ​ຄົ້ນ​ຫາ, ທ້ອນ​ໂຮມ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ທະ​ຫານ​ເຂດ 2 ຢູ່​ລາວ - ảnh 1ທ່ານພົນຈັດຕະວາ ຫງວຽນຮົ່ງທ໊າຍ, ຮອງຜູ້ຮັບຜິດຊອບການເມືອງທະຫານເຂດ 2 (ພາບ: VOV)

ວັນທີ 17 ມິຖຸນາ, ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ ໄດ້ດຳເນີນຢູ່ແຂວງ ອຸດົມໄຊ, ທາງທິດເໜືອລາວ. ກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທະຫານເຂດ 2 ແມ່ນໜຶ່ງໃນ 8 ກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທີ່ປະຕິບັດໜ້າທີ່ໃນບໍລິເວນບັນດາແຂວງ, ນະຄອນຂອງລາວ. ໃນ 30 ປີຜ່ານມາ, ກອງໄດ້ຄົ້ນຫາ, ທ້ອນໂຮມອັດຖິ 1835 ອັດຖິ, ໃນນັ້ນມີ 387 ອັດຖິໄດ້ຢັ້ງຢືນຊື່ ແລະ ນາມສະກຸມ, ມອບໃຫ້ 25 ແຂວງ, ນະຄອນໃນທົ່ວປະເທດ ຫວຽດນາມ. ຢູ່ພິທີ, ທ່ານ  ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງ ແຂວງ ອຸດົມໄຊ ໄດ້ສະແດງຄວາມຮູ້ບູນຄູນຕໍ່ການເສຍສະຫຼະຊີວິດຂອງບັນດາ ທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ໃນພາລະກິດແຫ່ງການປະຕິວັດສາກົນອັນສູງສົ່ງ, ຍາມໃດກໍ່ຮຽງບ່າຮຽງໄຫຼ່ ພ້ອມກັບທະຫານ ແລະ ປະຊາຊົນ ລາວຕໍ່ສູ້ ຍາດເອົາເອກະລາດ, ຄວາມເສລີມາໃຫ້ແກປະຊາຊົນບັນດາເຜົ່າ. ທ່ານ ອ່ອນແກ້ວ ສະເໜີອຳນາດການປົກຄອງ ແລະ ປະຊາຊົນ 6 ແຂວງທາງທິດເໜືອລາວ ຖືວຽກງານຄົ້ນຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດ ໃນສົງຄາມ ແມ່ນໜ້າທີ່, ຄວາມຮັບຜິດຊອບຂອງແຕ່ລະຄົນ ເພື່ອແນໃສ່ຄົ້ນຫາ, ປັບປຸງຂໍ້ມູນ ແລະ ທ້ອນໂຮມ, ນຳສົ່ງອັດຖິທີ່ຍັງເຫຼືອຢູ່ລາວ ຢ່າງຄົບຖ້ວນໂດຍໄວ.

ຕອບກັບ