ສະເຫຼີມສະຫຼອງ 10 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ

ນັກ​ຂ່າວVOV ປະ​ຈຳ ອາ​ເມ​ລິ​ກາ
Chia sẻ
(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເນັ້ນໜັກວ່າ: ກຳລັງຮັກສາສັນຕິພາບຂອງ ຫວຽດນາມ ໄດ້ປະກອບສ່ວນສຳຄັນ, ພົ້ນເດັ່ນໃນການເຄື່ອນໄຫວຮັກສາສັນຕິພາບສາກົນ ໃນ 10 ປີຜ່ານມາ
ສະເຫຼີມສະຫຼອງ 10 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ທີ່ພິທີ
(ພາບ:ນັກຂ່າວVOV ປະຈຳ ອາເມລິກາ)

ວັນທີ 24 ພຶດສະພາ, ຢູ່ ນິວຢອກ, ປະເທດ ອາເມລິກາ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຈັດ “ພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຮັກສາສັນຕິພາບ ສປຊ (29/5/1948 – 29/5/2024) ແລະ 10 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ (2014 – 2024)” ຢ່າງສົມກຽດ. ທ່ານ ດັ້ງຮ່ວາງຢາງ, ເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ເປັນເຈົ້າພາບຈັດພິທີ.

        ຊົມເຊີຍໃຫ້ບັນດານັກຮົບ, ນາຍທະຫານ, ຕຳຫຼວດທີ່ໄດ້ ແລະ ພວມປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ບັນດາຄະນະປະຕິບັດງານ ກໍ່ຄືຢູ່ສຳນັກງານ ສປຊ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເນັ້ນໜັກວ່າ: ກຳລັງຮັກສາສັນຕິພາບຂອງ ຫວຽດນາມ ໄດ້ປະກອບສ່ວນສຳຄັນ, ພົ້ນເດັ່ນໃນການເຄື່ອນໄຫວຮັກສາສັນຕິພາບສາກົນ ໃນ 10 ປີຜ່ານມາ, ຊຶ່ງຮັບການຕີລາຄາສູງຈາກການນຳ ສປຊ ກໍ່ຄືອຳນາດການປົກຄອງ ແລະ ປະຊາຊົນຢູ່ບັນດາປະເທດ. ໝາກຜົນນັ້ນຢັ້ງຢືນແຜນນະໂຍບາຍອັນຖືກຕ້ອງຂອງ ພັກ, ລັດ ເມື່ອໄດ້ຕັດສິນໃຈສົ່ງກຳລັງຂອງ ຫວຽດນາມ ເລີ່ມເຂົ້າຮ່ວມການເຄື່ອນໄຫວຮັກສາ ສັນຕິພາບຢູ່ ສປຊ ແຕ່ເດືອນ ມິຖຸນາ 2014, ປະກອບສ່ວນປະຕິບັດແນວທາງການຕ່າງປະເທດເປັນເອກະລາດເປັນເຈົ້າຕົນເອງ, ຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍຢ່າງມີໄຊ, ຍົກສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ແມ່ນສະມາຊິກມີຄວາມຮັບຜິດຊອບ, ຕັ້ງໜ້າຂອງ ສປຊ ແລະ ປະຊາຄົມສາກົນ.

ຕອບກັບ