ສະຫະປະຊາຊາດສ້າງຄະນະກຳມະການສືບສວນບັນດາເຫດບຸກໂຈມຕີທາງອາກາດແນໃສ່ບັນດາໂຮງໝໍຢູ່ຊີຣີ

Chia sẻ
(VOVWORLD) - ວັນທີ 13 ກັນຍາ, ທ່ານເລຂາທິການໃຫຍ່ສະຫະປະຊາດ Antonio Guterres ຖະແຫຼງວ່າ ຈະສ້າງຕັ້ງຄະນະກຳມະການເພື່ອດຳເນີນການສືບສວນພາຍໃນກ່ຽວກັບບັນດາເຫດບຸກໂຈມຕີທາງອາກາດ ແນໃສ່ບັນດາໂຮງໝໍຢູ່ຊີຣີ. 
ສະຫະປະຊາຊາດສ້າງຄະນະກຳມະການສືບສວນບັນດາເຫດບຸກໂຈມຕີທາງອາກາດແນໃສ່ບັນດາໂຮງໝໍຢູ່ຊີຣີ - ảnh 1ສະຫະປະຊາຊາດສ້າງຄະນະກຳມະການສືບສວນບັນດາເຫດບຸກໂຈມຕີທາງອາກາດແນໃສ່ບັນດາໂຮງໝໍຢູ່ຊີຣີ (ພາບປະກອບ/ AFP/TTXVN)

ຄຳຖະແຫຼງຂອງທ່ານ Guterres ໃຫ້ຮູ້ວ່າ, ຄະນະກຳມະການສືບສວນດັ່ງກ່າວຈະພິຈາລະນາບັນດາເຫດບຸກໂຈມຕີທາງອາກາດທີ່ເກີດຂຶ້ນຢູ່ທາງຕາເວັນຕົກສ່ຽງເໜືອຊີຣີ ນັບແຕ່ເມື່ອລັດເຊຍ ແລະ ຕວກກີ ສ້າງຕັ້ງອັນທີ່ເອີ້ນວ່າ “ເຂດຫຼຸດຜ່ອນການປີນຂັ້ນໄດ Idlib” ເມື່ອເດືອນກັນຍາ ປີ 2018. ໃນປີນີ້, ບັນດາເຫດບຸກໂຈມຕີທາງອາກາດ ໄດ້ເຮັດໃຫ້ໂຮງໝໍນັບສິບແຫ່ງຢູ່ຊີຣີ ຖືກທຳລາຍຢ່າງໝົດກ້ຽງ ຫຼື ຖືກເປ່ເພ. ຕໍ່ໜ້າສະພາບການດັ່ງກ່າວ, ອົງການຕິດຕາມກວດກາສິດທິມະນຸດ ໄດ້ກະຕຸກຊຸກຍູ້ຄະນະກຳມະການດັ່ງກ່າວ ດຳເນີນການສືບສວນໃຫ້ວ່ອງໄວ ເພື່ອໃຫ້ບັນດາກຳລັງໄດ້ດຳເນີນບັນດາເຫດບຸກໂຈມຕີທາງອາກາດຮັບຜິດຊອບ, ພ້ອມທັງຮຽກຮ້ອງໃຫ້ເລຂາທິການໃຫຍ່ສະຫະປະຊາຊາດປະກາດໝາກຜົນການສືບສວນ.

ຕອບກັບ