ສະມາຄົມອາຊີບປະມົງຫວຽດນາມ ຄັດຄ້ານຈີນປະກາດໃຊ້ຄຳສັ່ງຫ້າມຫາປາຢູ່ທະເລຕາເວັນອອກ.

Chia sẻ
ສະມາຄົມ​ອາຊີບປະມົງ ຫວຽດນາມ ​ໄດ້​ອອກ​ຖະ​ແຫລ​ງການ​ຢັ້ງຢືນ​ວ່າ: ການ​ກະທຳ​ດັ່ງກ່າວ​ຂອງ​ຝ່າຍ​ຈີນ ​ໄດ້​ກໍ່​ຜົນ​ສະທ້ອນ​ອັນ​​ໃຫຍ່​ຫລວງ​ເຖິງ​ການ​ເຄື່ອນ​ໄຫວ​ຜະລິດ, ຫາ​ປາ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ປະມົງຫວຽດນາມ

ສະມາຄົມອາຊີບປະມົງຫວຽດນາມ ຄັດຄ້ານຈີນປະກາດໃຊ້ຄຳສັ່ງຫ້າມຫາປາຢູ່ທະເລຕາເວັນອອກ. - ảnh 1
ກຳປັ່ນຫາປາຢູ່ທະເລ
ພາບ:dangcongsan.vn


(vovworld) -  ຕໍ່ຫນ້າ​ເລື່ອງ ຝ່າຍ​ຈີນ ປະກາດ​​ໃຊ້​ຄຳ​ສັ່ງ​ຫ້າມ​ຫາ​ປາ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ ​ແຕ່​ວັນ​ທີ 16/5 - 1/8/2012, ​ໃນ​ນັ້ນ ມີ​ບັນດາ​ເຂດ​ທະ​ເລ​ໝູ່​ເກາະ​ຂຶ້ນ​ກັບ​ອະທິ​ປະ​ໄຕ​ຂອງ ຫວຽດນາມ, ສະມາຄົມ​ອາຊີບປະມົງ ຫວຽດນາມ ​ໄດ້​ອອກ​ຖະ​ແຫລ​ງການ​ຢັ້ງຢືນ​ວ່າ: ການ​ກະທຳ​ດັ່ງກ່າວ​ຂອງ​ຝ່າຍ​ຈີນ ​ໄດ້​ກໍ່​ຜົນ​ສະທ້ອນ​ອັນ​​ໃຫຍ່​ຫລວງ​ເຖິງ​ການ​ເຄື່ອນ​ໄຫວ​ຜະລິດ, ຫາ​ປາ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ປະມົງຫວຽດນາມ, ລະ​ເມີດ​ສິດອະທິປະ​ໄຕທ​ະ​ເລ​ໝູ່​ເກາະ ຂອງ​ຫວຽດນາມ. ສະມາຄົມ​ອາຊີບ​ປະມົງ ຫວຽດນາມ ຄັດຄ້ານ​ການ​ກະທຳ​ຜິດພາດ​ດັ່ງກ່າວ​ຂອງ​ຝ່າຍ​ຈີນ ພ້ອມ​ທັງ​ຢືນຢັນ​ວ່າ ສະມາຄົມ​ຈະ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນກັບ​ບັນດາ​ອົງການ​ກ່ຽວຂ້ອງ, ສະມາຄົມ​ອາຊີບ​ຫາ​ປາ​ທຸກ​ຂັ້ນ ​ເພື່ອ​ໂຄສະນາ, ຂົນຂວາຍ, ​ແນະນຳ​ໃຫ້​ຊາວ​ປະມົງ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ໃນ​ການ​ຜະລິດ, ຢືນຢັນ​ອະທິ​ປະ​ໄຕ ​ແລະ ປະກອບສ່ວນ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​​ຢູ່ເຂດທະ​ເລ​ໝູ່​ເກາະຂອງ​ປະ​ເທດ​ຊາດ.