ສະພາກາແດງຫວຽດນາມ ແລະ ລາວ ລົງນາມໃນຂໍ້ຕົກລົງຮ່ວມມືມະນຸດສະທຳ

Chia sẻ
(vovworld) - ສະພາ​ກາ​ແດງ​ຫວຽດນາມ ​ແລະ ສະພາ​ກາ​ແດງລາວ ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ມະນຸດສະທຳ. ນີ້​ແມ່ນ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2014 – 2018.
ສະພາກາແດງຫວຽດນາມ ແລະ ລາວ ລົງນາມໃນຂໍ້ຕົກລົງຮ່ວມມືມະນຸດສະທຳ - ảnh 1
(ພາບປະກອບ)

(vovworld) - ສະພາ​ກາ​ແດງ​ຫວຽດນາມ ​ແລະ ສະພາ​ກາ​ແດງລາວ ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ມະນຸດສະທຳ. ນີ້​ແມ່ນ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2014 – 2018. ​ເຊິ່ງຕາມ​ນັ້ນ​ແລ້ວ, 2 ຝ່າຍ​ເປັນ​ເຈົ້າ​ການສະໜອງ​ຂໍ້​ມູນ​ຂ່າວ, ສານສົມທົບ​ກັນ​ປະຕິບັດ​ເປັນ​ຢ່າງ​ດີ, ຍົກ​ສູງ​ບົດ​ບາດ​ຂອງ 2 ອົງການ​ທີ່​ບັນ​ດາ​ເວທີ​ປາ​ໄສ​ພາກ​ພື້ນ​ ​ແລະ ຢູ່​ໃນ​ໂລກ. ສະພາກາ​ແດງ​ຫວຽ​ດນາມ ຈະ​ໜູນ​ຊ່ວຍ​ສະພາ​ກາ​ແດງ​ລາວ ຝືກອົບຮົມ, ອົບຮົມ​ວິຊາ​ການ​ວຽກ​ງານ​ຂອງ​ສະພາກາ​ແດງ, ຍົກ​ສູງ​ຄວາມ​ສາມາດ​ຂອງ​ພະນັກງານ​ສະພາກາແດງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ​ໃນ​ຕອນ​ເຊົ້າ​ວັນ​ທີ 21/11, ທ່ານ​ຫົວໜ້າ​ສະພາ​ກາ​ແດງ ​ແລະ ກາ​ຊິກ​ວົງ​ເດືອນແດງສາກົນ Michael Annear ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງສະພາກາ​ແດງ​ຫວຽດນາມ ​ແລະ ລາວ. ທ່ານ Michael Annear ຢືນຢັນ​ວ່າ ທາງສະພາກາແດງສາກົນ ຈະ​ໜູນ​ຊ່ວຍ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ໃຫ້ 2 ສະພາກາ​ແດງ 2 ປະ​ເທດ​ປະຕິບັດ​ສຳ​ເລັດ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ລົງ​ນາມ.