ສະ​ຖານ​ທູດ ຫວຽດ​ນາມ ອວຍ​ພອນ ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ກຳ​ປູ​ເຈຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 57 ປີ​ແຫ່ງວ​ັນ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ

Chia sẻ
(VOVWORLD) - ໃນສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນ, ວ່ອງໄວ ແລະ ຍາກທີ່ຈະຄາດຄະເນລ່ວງຫນ້າໄດ້, ເປັນຕົ້ນແມ່ນການແກ້ງແຍ່ງຢ່າງເຄັ່ງຄັດຂອງບັນດາປະເທດໃຫຍ່ ຍີ່ງຮຽກຮ້ອງ ຫວຽດນາມ ແລະ ກຳປູເຈຍ ສາມັກຄີກັນ, ສະຫນິດຕິດພັນນຳກັນຍິ່ງໆຂຶ້ນ.
ສະ​ຖານ​ທູດ ຫວຽດ​ນາມ ອວຍ​ພອນ ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ກຳ​ປູ​ເຈຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 57 ປີ​ແຫ່ງວ​ັນ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ - ảnh 1ທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ (ເບື້ອງຊ້າຍ) ອວຍພອນກະຊວງການຕ່າງປະເທດ ກຳປູເຈຍ ເນື່ອໃນໂອກາດວັນສ້າງຕັ້ງສາຍພົວພັນການທາງທູດ ຫວຽດນາມ - ກຳປູເຈຍ ຄົບຮອບ 57 ປີ (ພາບ: VOV)

ວັນທີ 24 ມິຖຸນາ ທ່ານ ຫງວຽນຮູຍຕັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ນຳຫນ້າຄະນະຜູ້ແທນສະຖານທູດ ແລະ ບາງອົງການຜູ້ຕາງຫນ້າ ຫວຽດນາມ ຢູ່ ກຳປູເຈຍ ມາອວຍພອນກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ລາຊະອານາຈັກ ກຳປູເຈຍ ເນື່ອງໃນໂອກາດສະເຫລີມສະຫລອງ 57 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (24/06/1967-24/06/2024). ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຮູຍຕັງ ຕີລາຄາສູງບັນດາຜົນງານ ແລະ ການພັດທະນາຂອງລາຊະອານາຈັກ ກຳປູເຈຍ ໃນໄລຍະຜ່ານມາ ເປັນຕົ້ນໃນໄລຍະກວ່າ 45 ປີ (1979-2024) ພາຍຫລັງໂຄ່ນລົ້ມລະບອບດັບສູນເຊື້ອຊາດ Polpot, ຟື້ນຟູປະເທດຊາດກຳປູເຈຍ ຄືນໃຫມ່. ທ່ານເອກອັກຄະລັດຖະທູດ ເນັ້ນຫນັກວ່າ  ໃນສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນ, ວ່ອງໄວ ແລະ ຍາກທີ່ຈະຄາດຄະເນລ່ວງຫນ້າໄດ້, ເປັນຕົ້ນແມ່ນການແກ້ງແຍ່ງຢ່າງເຄັ່ງຄັດຂອງບັນດາປະເທດໃຫຍ່ ຍີ່ງຮຽກຮ້ອງ ຫວຽດນາມ ແລະ ກຳປູເຈຍ ສາມັກຄີກັນ, ສະຫນິດຕິດພັນນຳກັນຍິ່ງໆຂຶ້ນ.

ສ່ວນທ່ານ Ung Rachana ລັດຖະມົນຕີການຕ່າງປະເທດ ໄດ້ເນັ້ນຫນັກວ່າ: ສອງປະເທດຄວນສືບຕໍ່ສາມັກຄີກັນ, ຮ່ວມມືກັນຢ່າງແຫນ້ນແຟ້ນເພື່ອເຮັດໃຫ້ທຸກກົນອຸບາຍຕ້ານທຳລາຍແຕ່ລະປະເທດ ແລະ ການພົວພັນລະຫວ່າງສອງປະເທດໃຫ້ປະຊາໄຊ; ສືບຕໍ່ຮັກສາການສະຫນັບສະຫນູນ, ຫນູນຊ່ວຍເຊິ່ງກັນ ແລະກັນ ຢູ່ບັນດາເວທີປາໄສຫລາຍຝ່າຍ. ໃນໄລຍະຈະມາເຖິງ ສະເຫນີໃຫ້ສອງຝ່າຍສົມທົມກັນເພື່ອຈັດການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດກໍ່ຄືກອງປະຊຸມຄັ້ງທີ  21 ຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດເຕັກນິກ ຢູ່ ກຳປູເຈຍໃຫ້ເປັນຢ່າງດີ.

ນັກຂ່າວ  VOV  ປະຈຳ ກຳປູເຈຍ

ຕອບກັບ