ສື່ມວນຊົນສາກົນຕີລາຄາຢ່າງຕັ້ງໜ້າເລື່ອງສະພາແຫ່ງຊາດຫວຽດນາມ ໃຫ້ສັດຕະຍາບັນ EVFTA

Chia sẻ
(VOVWORLD) - ວັນທີ 08 ມິຖຸນາ, ໜັງສືພິມ Nikkei Asia Review ໄດ້ມີບົດຂຽນກ່ຽວກັບເລື່ອງສະພາແຫ່ງຊາດ ຫວຽດນາມ ລົງຄະແນນສຽງໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA). 

  ໜັງສືພິມ Nikkei Asia Review ໃຫ້ຮູ້ວ່າ: ແນ່ນອນວ່າ EVFTA ຈະເຮັດໃຫ້ ອີຢູ ກາຍເປັນລູກຄ້າໃຫຍ່ກ່ວາຂອງຫວຽດນາມ. ພິເສດ ບັນດາຂະແໜງການທີ່ມີລະດັບການເຕີບໂຕຢ່າງແຮງ ແມ່ນຂະແໜງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ, ເຊິ່ງກວມເອົາປະມານ 20% ຍອດວົງເງິນການຄ້າສົ່ງອອກຂອງຫວຽດນາມ. ສ່ວນອີຢູ,  EVFTA ຈະຊ່ວຍໃຫ້ອີຢູ ມີຄວາມສາມາດສຳຜັດກັບຕະຫລາດໃຊ້ສອຍທີ່ດູດດື່ມ.

        ເຫດການສະພາແຫ່ງຊາດຫວຽດນາມ ໃຫ້ສັດຕະຍາບັນສັນຍາ EVFTA ດ້ວຍຈຳນວນສະມາຊິກເຫັນດີເຫັນພ້ອມເກືອບ 95% ນັ້ນ ສຳນັກຂ່າວສານ Reuters ຂອງ ອັງກິດ ໄດ້ໃຫ້ຂ່າວ ແລະ ວິເຄາະຢ່າງຕັ້ງໜ້າ. ຕາມ Reuters ແລ້ວ, ສັນຍາສະບັບດັ່ງກ່າວ ຈະເປີດປະຕູບັນດາຂົງເຂດການບໍລິການຂອງຫວຽດນາມ, ໃນນັ້ນ ມີດ້ານໂທລະຄົມມະນາຄົມ, ທະນາຄານ, ການຂົນສົ່ງ…Reuters ໄດ້ຄັດສະເໜີຂໍ້ສັງເກດຂອງທະນາຄານໂລກ (WB) ເມື່ອເດືອນພຶດສະພາ ວ່າ EVFTA ຈະຊ່ວຍເພີ່ມຍອດພະລິດຕະພັນພາຍໃນປະເທດ (GDP) ຂອງຫວຽດນາມ ເພີ່ມຂຶ້ນຕື່ມ 2,4%, ການສົ່ງອອກເພີ່ມຂຶ້ນ 12% ໃນປີ 2030.

ຕອບກັບ