ສື່ມວນ​ຊົນ​ຍີ່​ປຸ່ນ​ຕີ​ລາ​ຄາ​ວ່າ EVFTA ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໄລ​ຍະຫຼັງ Covid – 19

Chia sẻ
(VOVWORLD) -ບົດຂຽນໄດ້ຊີ້ແຈ້ງວ່າຕາມສັນຍາ EVFTA ແລ້ວ, ຫວຽດນາມ ແລະ EU ຈະລົບລ້າງ 99%ພາສີສົ່ງອອກໃນຮອບເວລາ 10 ປີ. ສິ່ງດັ່ງກ່າວນີ້ອາດຈະຊ່ວຍເພີ່ມປະລິມານສິນຄ້າສົ່ງອອກຂອງຫວຽດນາມໄປຍັງ EU

ໜັງສືພິມລາຍວັນ ເສດຖະກິດ Nihon Keizai ຂອງຍີ່ປຸ່ນໃນວັນທີ 20 ພຶດສະພາໄດ້ລົງບົດຂຽນກ່ຽວກັບການຕີລາຄາສັນຍາການຄ້າເສລີຫວຽດນາມ ແລະ ສະຫະພາບ ເອີລົບ (EU), ຄາດວ່າຈະໄດ້ຮັບຮອງເອົາຈາກສະພາແຫ່ງຊາດຫວຽດນາມໃນເດືອນພຶດສະພານີ້, ເຊິ່ງບໍ່ພຽງແຕ່ຈະນຳເອົາຜົນປະໂຫຍດມາໃຫ້ບັນດາຝ່າຍທີ່ເຂົ້າຮ່ວມການລົງນາມເທົ່ານັ້ນ ຫາກຍັງນັບທັງວິສາຫະກິດຂອງບັນດາປະເທດຕ່າງໆອີກດ້ວຍ.

ໃນສະພາບການທີ່ໂລກລະບາດ Covid – 19 ພວມສົ່ງຜົນກະທົບເຖິງບັນດາພື້ນຖານເສດຖະກິດທົ່ວໂລກທັງໝົດ,ເຊິ່ງເປັນປະເທດທຳອິດໃນອາຊີຕາເວັນອອກສ່ຽງໃຕ້ທີ່ຫັນບັນດາການເຄື່ອນໄຫວເສດຖະກິດກັບຄືນສູ່ປົກກະຕິພາຍຫຼັງ Covid – 19, EVFTA ໄດ້ຮັບຄວາມຫວັງວ່າ ຈະຊຸກຍູ້ການສົ່ງອອກຂອງຫວຽດນາມກັບມາເພີ່ມຂຶ້ນອີກຄັ້ງ.

ຕອບກັບ