ສື່ມວນ​ຊົນ​ຈີນ ລົງ​ຂ່າວ​ໃນ​ຫນ້າ​ທຳ​ອິດ​ການ​ຢ້ຽມ​ຢາມ​ຈີນ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ

Chia sẻ
(VOVWORLD) - ການພົບປະເຈລະຈາ, ພົບປະແລກປ່ຽນຄຳເຫັນ, ການນຳຈີນ ໄດ້ຢືນຢັນຄືນ ແລະ ຖື ຫວຽດນາມ ແມ່ນ “ທິດບຸລິມະສິດໃນການພົວພັນທາງການທູດບ້ານໃກ້ເຮືອນຄຽງ” ແລະ ເນັ້ນຫນັກວ່າ ຄວນ “ກຳແຫນ້ນທິດທາງກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ. 
ສື່ມວນ​ຊົນ​ຈີນ ລົງ​ຂ່າວ​ໃນ​ຫນ້າ​ທຳ​ອິດ​ການ​ຢ້ຽມ​ຢາມ​ຈີນ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ - ảnh 1ໜັງສືພິມ ຈີນ ລົງຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດ ຢູ່ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ (ພາບ: VOV)

ໃນຊຸມມື້ຜ່ານມາ, ການເຄື່ອນໄຫວຕ່າງໆໃນຂອບເຂດການຢ້ຽມຢາມຈີນ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ກາຍເປັນຈຸດສຸມຂອງສື່ມວນຊົນຈີນ. ຂ່າວກ່ຽວກັບການພົບປະເຈລະຈາຂັ້ນສູງລະຫວ່າງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ, ທ່ານປະທານປະເທດ ສີຈິ້ນຜິງ ພ້ອມກັບການພົບປະສຳຄັນກັບບັນດາການນຳອື່ນຂອງຈີນ ລ້ວນແຕ່ໄດ້ເອົາລົງໃນຫນ້າທຳອິດຂອງ ຫນັງສືພິມ People’s Daily (ປະຊາຊົນລາຍວັນ) ອົງການກະບອກສຽງຂອງພັກກອມມູນິດ ຈີນ ສະບັບອອກໃນວັນທີ 20 ສິງຫາ.

ບັນດາສຳນັກຂ່າວສານຈີນ ເນັ້ນຫນັກວ່າ: ທີ່ການພົບປະເຈລະຈາ, ພົບປະແລກປ່ຽນຄຳເຫັນ, ການນຳຈີນ ໄດ້ຢືນຢັນຄືນ ແລະ ຖື ຫວຽດນາມ ແມ່ນ “ທິດບຸລິມະສິດໃນການພົວພັນທາງການທູດບ້ານໃກ້ເຮືອນຄຽງ” ແລະ ເນັ້ນຫນັກວ່າ ຄວນ “ກຳແຫນ້ນທິດທາງກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ, ປັບປຸງຢ່າງໝັ້ນແກ່ນການພັດທະນາ “ 6 ກວ່າອີກ”ຄື: ໄວ້ເນື້ອເຊື່ອໃຈດ້ານການເມືອງສູງກວ່າ; ຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ແທດຈິງກວ່າ; ຮ່ວມມືຢ່າງແທດຈິງ ແລະເລິກເຊິ່ງກວ່າ; ພື້ນຖານສັງຄົມຫນັກແຫນ້ນກວ່າ; ສົມທົບຫລາຍຝ່າຍໃຫ້ແຫນ້ນແຟ້ນກວ່າ; ຄວາມບໍ່ລົງລອຍກັນໄດ້ຮັບການຄວບຄຸມ, ແກ້ໄຂໃຫ້ດີກວ່າ”.

ຕອບກັບ