ສ​ປ​ປ ເກົາ​ຫລີ ກ່າວ​ເຕືອນ​ຕໍ່​ເລື່ອງ​ກຳ​ປັ່ນ​ສະ​ຫ​ນາມ​ບິນ ອ​າ​ເມ​ລິ​ກາ ເຂົ້າ​ທຽບ​ທ່າ ສ. ເກົາ​ຫລີ

Chia sẻ
(VOVWORLD) - ກຳປັ່ນສະຫນາມບິນ USS Theodore Roosevelt ເຂົ້າທຽບທ່າ Busan ໃນສະພາບການ ອາເມລິກາ ແລະ ສເກົາຫລີ, ຍີ່ປຸ່ນ ຄາດວ່າ ຈະດຳເນີນການຊ້ອມຮົບຮ່ວມ 3 ຝ່າຍທີ່ມີຊື່ວ່າ Freedom Edge ໃນທ້າຍເດືອນນີ້.
ສ​ປ​ປ ເກົາ​ຫລີ ກ່າວ​ເຕືອນ​ຕໍ່​ເລື່ອງ​ກຳ​ປັ່ນ​ສະ​ຫ​ນາມ​ບິນ ອ​າ​ເມ​ລິ​ກາ ເຂົ້າ​ທຽບ​ທ່າ ສ. ເກົາ​ຫລີ - ảnh 1ສະໜາມບິນ USS Theodore Roosevelt (ພາບ:YONHAP) 

ວັນທີ 24 ມິຖຸນາ, ສຳນັກຂ່າວສານສູນກາງ ສປປ ເກົາຫລີ KCNA ໄດ້ຄັດຄຳຖະແຫລງຂອງທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ເກົາຫລີ Kim Kang Il ກ່າວປະນາມເລື່ອງ ອາເມລິກາ ໄດ້ຈັດສົ່ງກຳປັ່ນສະຫນາມບິນ USS Theodore Roosevelt ເຂົ້າທຽບທ່າຢູ່ ນະຄອນ Busan ທາງທິດຕາເວັນອອກສ່ຽງໃຕ້ ສ.ເກົາຫລີ ໃນວັນທີ 22 ມິຖຸນາ. ທ່ານ Kim ເນັ້ນຫນັກວ່າ ການກະທຳດັ່ງກ່າວແມ່ນການສະແດງກຳລັງ ທີ່ “ອັນຕະລາຍ”ຂອງ ວໍຊິງຕັນ ແລະ ເຊີອູນ ແລະ ໃຫ້ຮູ້ວ່າ: ພຽງຢາງ ອາດຈະດຳເນີນບັນດາມາດຕະການນາບຂູ່ໃຫມ່.

ກຳປັ່ນສະຫນາມບິນ USS Theodore Roosevelt ເຂົ້າທຽບທ່າ Busan ໃນສະພາບການ ອາເມລິກາ ແລະ ສເກົາຫລີ, ຍີ່ປຸ່ນ ຄາດວ່າ ຈະດຳເນີນການຊ້ອມຮົບຮ່ວມ 3 ຝ່າຍທີ່ມີຊື່ວ່າ Freedom Edge ໃນທ້າຍເດືອນນີ້. ແຕ່ດົນມາແລ້ວ ສປປ ເກົາຫລີ ໄດ້ກ່າວປະນາມບັນດາການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ ແລະ ສ. ເກົາຫລີ ກໍ່ຄືເລື່ອງ ອາເມລິກາ ຈັດສົ່ງອາວຸດຍຸດທະສາດເຖິງ ແຫລມເກົາຫລີ.

ຕອບກັບ