ສັບປະດາສະຖາປັດຕະຍາກຳຂຽວ ຫວຽດນາມ ປີ 2018

Chia sẻ
(VOVWORLD) - ເຫດການໄດ້ຈັດຕັ້ງດ້ວຍການໜູນຊ່ວຍຂອງກະຊວງກໍ່ສ້າງ, ສະຖາບັນຄົ້ນຄ້ວາ ແລະ ພັດທະນາຕົວເມືອງຂຽວ ຫວຽດນາມ ສົມທົບກັບອົງການການເງິນສາກົນ (IFC)

ໃນລະຫວ່າງວັນທີ 25 – 29 ກັນຍາ, ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງສັບປະດາສະຖາປັດຕະຍາກຳຂຽວ ຫວຽດນາມ ປີ 2018 ດ້ວຍເນື້ອໃນຕົ້ນຕໍ່ນັ້ນແມ່ນ “ຄຸນຄ່າເຮືອນຢູ່ຂຽວ”. ເຫດການໄດ້ຈັດຕັ້ງດ້ວຍການໜູນຊ່ວຍຂອງກະຊວງກໍ່ສ້າງ, ສະຖາບັນຄົ້ນຄ້ວາ ແລະ ພັດທະນາຕົວເມືອງຂຽວ ຫວຽດນາມ ສົມທົບກັບອົງການການເງິນສາກົນ (IFC) ຂຶ້ນກັບ World Bank Group ແລະ ສະພາກິດຈະກຳຂຽວ ຫວຽດນາມ. ສັບປະດາໄດ້ຮັບການຈັດຕັ້ງເພື່ອແນໃສ່ປະຕິບັດແຜນການເຄື່ອນໄຫວແຫ່ງຊາດກ່ຽວກັບການເຕີບໂຕຂຽວໄລຍະ 2014 – 2020; ຕອບສະໜອງສັບປະດາກິດຈະກຳຂຽວໂລກ “World Green Building Week” ໄດ້ຈັດຕັ້ງໃນກາງເດືອນກັນຍາ 2018 ຢູ່ປາຣີ, ປະເທດ ຝລັ່ງ.

        ທີ່ການປະຊຸມຂ່າວໃນຕອນບ່າຍວັນທີ 25 ກັນຍາ, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງໃຫ້ຮູ້ວ່າ: ສັບປະດາສະຖາປັດຕະຍາກຳຂຽວ ຫວຽດນາມ 2018 ດ້ວຍລະດັບຊາດ ເພື່ອແນໃສ້ຊຸກຍູ້ການພັດທະນາຂອງກິດຈະກຳຂຽວ - ສະຖາປັດຕະຍາກຳຢູ່ ຫວຽດນາມ.

ຕອບກັບ