ສືບຕໍ່ແກ້ໄຂຢ່າງສົມເຫດສົມຜົນກໍລະນີກ່ຽວຂ້ອງເຖິງເລື່ອງຈີນກັກກຳປັ່ນ2ລຳຂອງຫວຽດນາມ

Chia sẻ
vovworld)- ​​ ວັນ​ທີ 15/7/2014, ​ເມື່ອ​ຕອບ​ຄ​ຳຖາມ​ຂອງ​ບັນດາ​ນັກ​ຂ່າວ​ຫວຽດນາມ ​ແລະ ຕ່າງປະ​ເທດ ທີ່​ກ່ຽວຂ້ອງ​ເຖິງ​ກໍລະນີ​ຈີນກັກກຳ​ປັ່ນ 2 ລຳ​ຂອງ​ຫວຽດນາມ
 ສືບຕໍ່ແກ້ໄຂຢ່າງສົມເຫດສົມຜົນກໍລະນີກ່ຽວຂ້ອງເຖິງເລື່ອງຈີນກັກກຳປັ່ນ2ລຳຂອງຫວຽດນາມ - ảnh 1
ກຳປັ່ນຫາປາຂອງຊາວປະມົງຫວຽດນາມ
ພາບປະກອບ:internet

(vovworld)- ​​ ວັນ​ທີ 15/7/2014, ​ເມື່ອ​ຕອບ​ຄ​ຳຖາມ​ຂອງ​ບັນດາ​ນັກ​ຂ່າວ​ຫວຽດນາມ ​ແລະ ຕ່າງປະ​ເທດ ທີ່​ກ່ຽວຂ້ອງ​ເຖິງ​ກໍລະນີ​ຈີນກັກກຳ​ປັ່ນ 2 ລຳ​ຂອງ​ຫວຽດນາມ, ທ່ານ ​ເລືອ​ງ​ແທງ​ກວ໋າງ, ຜູ້​ຊ່ວຍ​ວຽກ​ຫົວຫນ້າ​ກົມ, ຫົວຫນ້າ​ພະ​ແນ​ກປົກ​ປ້ອງ​ພົນລະ​ເມືອງ ​ແລະ ນິຕິບຸກຄົນ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ສັງກັດ​ກະຊວງ​ການ​ຕ່າ​ງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ:“ຕາມ​ແຫ​ລ່ງຂ່າວ​ຈາກ​ສະຖານທູດ​ຫວຽດນາມ​ປະຈຳ​ປັກ​ກີ​ງ ​ແລ້ວ,​ ຝ່າຍ​ຈີນ ​ໄດ້​ປ່ອຍ​ຕົວ​ຊາວ​ປະມົງ​ຫວຽດນາມ 13 ຄົນ​, ​ໃນ​ນັ້ນ 7 ຄົນ​ແມ່ນ​ສັງກັດ​ກຳ​ປັ່ນ​ຫາ​ປາ​ຂອງ​ແຂ​ວາງ ກວ໋າງບີ​ງ ​ແລະ 6 ຄົນ​ແມ່ນ​ສັງກັດ​ກຳ​ປັ່ນ​ຫາ​ປາ​ຂອງ​ແຂວງ ກວ໋າງຫງາຍ. ປະຈຸ​ບັນ ຊາວ​ປະມົງ 13 ຄົນ​ດັ່ງກ່າວ​ພວມ​ຢູ່​ໃນ​ກຳ​ປັ່ນຫາ​ປາ​ຂອງ​​ແຂ​ວງ ກວ໋າງບີ​ງ ເດີນທາງ​ກັບ​ຄືນ​ເມືອ​ປະ​ເທດ, ສ່ວນ​ກຳ​ປັ່ນ​ຫາ​ປາຂອງ​ແຂວງ ກວ໋າງຫງາຍ ​ແລະ ເຄື່ອງອຸປະກອນ​ຫາ​ປາທັງ​ໝົດ​ຂອງ​ກຳ​ປັ່ນ 2 ລຳ​ດັ່ງກ່າວ​ລ້ວນ​ແຕ່​ຖືກ​ຈີນກັກ​ໄວ້. ບັນດາ​ອົງການ​ຜູ້ຕາງຫນ້າ​ຂອງ​ຫວຽດນາມ ປະຈຳ​ຈີນ ຈະ​ສືບ​ຕໍ່​ຕິດຕໍ່ພົວພັນ​ກັບ​ຝ່າຍ​ຈີນ ​ເພື່ອ​ແກ​້​ໄຂ​ກໍລະນີ​ດັ່ງກ່າວ​ໃຫ້​ສົມ​ເຫດ​ສົມ​ຜົນ.