ສືບ​ຕໍ່​ກອງ​ປະ​ຊຸມ​ຄັ້ງ​ທີ 36 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

Chia sẻ
(VOVWORLD) - ວັນທີ 20 ສິງຫາ, ໂດຍສືບຕໍ່ກອງປະຊຸມຄັ້ງທີ 36, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍມາດຖານ ແລະ ຂໍ້ກຳນົດດ້ານເຕັກນິກ; ຮ່າງກົດໝາຍວ່າດ້ວຍນາຍທະຫານປະຊາຊົນ ຫວຽດນາມ; ຮ່າງກົດໝາຍວ່າດ້ວຍທະຫານປ້ອງກັນອາກາດກອງທັບອາກາດ.
ສືບ​ຕໍ່​ກອງ​ປະ​ຊຸມ​ຄັ້ງ​ທີ 36 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນໃນກອງປະຊຸມຄັ້ງທີ 36 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)

ແລະໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນໃສ່ຮ່າງ ແຜນການຕິດຕາມກວດກາກ່ຽວກັບ “ການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການພັດທະນາ  ແລະ ນຳໃຊ້ແຫລ່ງຊັບພະຍາກອນມະນຸດ ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາ ເສດຖະກິດ - ສັງຄົມ, ເປັນຕົ້ນແມ່ນແຫລ່ງຊັບພະຍາກອນທີ່ມີຄຸນນະພາບສູງ”, ພິຈາລະນາ, ຕົກລົງການເພີ່ມເຕີມຮ່າງງົບປະມານແຫ່ງລັດປີ 2024 ຂອງກະຊວງສາທາລະນະສຸກ ແລະ ໃຫ້ຄຳເຫັນກ່ຽວກັບການຈັດຕັ້ງເວທີປາໄສສະພາແຫ່ງຊາດວ່າດ້ວຍການເຄື່ອນໄຫວຕິດຕາມກວດກາ.

ຕອບກັບ