ສັນຍາ EVFTA ແລະ EVIPA: ກາລະໂອກາດໃຫ້ແກ່ວິສາຫະກິດ 2 ຝ່າຍເປີດກວ້າງການດໍາເນີນທຸລະກິດ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 01 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໄດ້ສົມທົບກັບ ຄະນະປະຕິບັດງານຂອງສະຫະພາບເອີຣົບ ປະຈໍາຫວຽດນາມ ແລະ ຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ຈັດຕັ້ງເວທີປາໄສດ້ວຍຫົວຂໍ້ “ສົນທະນາກ່ຽວກັບສັນຍາການຄ້າເສລີ ແລະ ສັນຍາອາລັກຂາການລົງທຶນ ລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ: ກາລະໂອກາດໃຫ້ແກ່ບັນດາວິສາຫະກິດ”.
ສັນຍາ EVFTA ແລະ EVIPA: ກາລະໂອກາດໃຫ້ແກ່ວິສາຫະກິດ 2 ຝ່າຍເປີດກວ້າງການດໍາເນີນທຸລະກິດ - ảnh 1ທ່ານເຈ່ິນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມແລກປ່ຽນຄໍາເຫັນທີ່ເວທີປາໄສ  (ພາບ: www.moit.gov.vn)

ເມື່ອແລກປ່ຽນຄໍາເຫັນທີ່ເວທີປາໄສ, ທ່ານເຈ່ິນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໃຫ້ຮູ້ວ່າ:

        “ສັງເກດກ່ຽວກັບໂຄງປະກອບຂອງຜະລິດຕະພັນສົ່ງອອກການຄ້າຂອງຫວຽດນາມ ແລະ ອີຢູ ແມ່ນມີລັກສະນະປັບປຸງເພີ່ມເຕີມເຊິ່ງກັນແລະກັນຫຼາຍທີ່ສຸດ. ເມື່ອວິໄຈຢ່າງເລິກເຊິ່ງກວ່າ ເຮົາຈະເຫັນໄດ້ວ່າ ຕະຫຼາດເອີຣົບ ດ້ວຍ 28 ປະເທດ ມີບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງບັນດາຜະລິດຕະພັນເສດຖະກິດປາຍແຫຼມຂອງຫວຽດນາມ, ແຕ່ພັດມີຄວາມໝາຍທາງດ້ານສັງຄົມທີ່ສຸດ ຊຶ່ງກ່ຽວຂ້ອງເຖິງຂະແໜງກະສິກໍາ. ແລະ ສໍາລັບບັນດາຂະແໜງເສດຖະກິດອື່ນໆຄື ຕໍາແຜ່ນຕັດຫຍິບ ຫຼື ເກີດໜັງ ສາມາດເຫັນໄດ້ຂອບຂະໜາດຂອງຕະຫຼາດເອີຣົບ ສໍາລັບບັນດາຜະລິດຕະພັນຂອງຫວຽດນາມ ກໍຄືລັກສະນະເປັນເອກະລັກສະເພາະຂອງບັນດາມູນຄ່າເພີ່ມໃນບັນດາຂະແໜງເສດຖະກິດດັ່ງກ່າວຂອງຫວຽດນາມ ແມ່ນລ້ວນແຕ່ມີຄວາມສໍາຄັນ ແລະ ມີຂອບຂະໜາດພຽງພໍ ເພື່ອໃຫ້ ຫວຽດນາມ ມີເງື່ອນໄຂຂຸດຄົ້ນບັນດາກາລະໂອກາດໃນສັນຍາສະບັບນີ້ ເພື່ອໃຫ້ພວກເຮົາສືບຕໍ່ເພີ່ມທະວີ ແລະ ກໍ່ສ້າງບັນດາລະບົບມູນຄ່າຂອງຫວຽດນາມ ຢູ່ເອີຣົບ ກໍຄືພັດທະນາໃນໂລກ”.

ທ່ານນາງ ຂ້າຫຼວງໃຫຍ່່ Cecilia Malmstrom ຮັບຜິດຊອບດ້ານການຄ້າ ອີຢູ ຢັ້ງຢືນວ່າ ຜ່ານການເຄື່ອນໄຫວດ້ານການຄ້າມີປະສິດທິຜົນ ຈະຊຸກຍູ້ການລົງທຶນ, ສ້າງວຽກເຮັດງານທໍາ ແລະ ອີຢູ ປາດຖະໜາວ່າ ຈະໄດ້ຮັບການຮັບຮອງເອົາຈາກລັດຖະສະພາເອີຣົບ ໂດຍໄວ ເພື່ອປະຕິບັດສັນຍາສະບັບນີ້:

ສັນຍາ EVFTA ແລະ EVIPA: ກາລະໂອກາດໃຫ້ແກ່ວິສາຫະກິດ 2 ຝ່າຍເປີດກວ້າງການດໍາເນີນທຸລະກິດ - ảnh 2 ທ່ານນາງ ຂ້າຫຼວງໃຫຍ່່ Cecilia Malmstrom ຮັບຜິດຊອບດ້ານການຄ້າ ອີຢູ  (ພາບ: www.moit.gov.vn)

 “ມີເນື້ອໃນຫຼາຍຢ່າງ ສາມາດໄດ້ຮັບການຫັນເປັນເສລີຄືບັນດາ ພາຫະນະເຄື່ອງຈັກ, ລົດ ໂອໂຕ, ລົດຈັກ, ອາຫານການກິນປະເພດຕ່າງໆ... ມີຜະລິດຕະພັນຫຼາຍຢ່າງຂອງເອີີລົບ ຈະມີຄວາມດູດດື່ມ ແລະ ມີການແກ້ງແຍ້ງທາງດ້ານລາຄາຫຼາຍກວ່າຢູ່ຫວຽດນາມ. ເປັນທີີ່ຈະແຈ້ງແລ້ວວ່າ ສິ່ງດັ່ງກ່າວ ຈະນໍາມາເຊິ່ງກາລະໂອກາດຫຼາຍຢ່າງໃຫ້ແກ່ວິສາຫະກິດຂອງທັງ 2 ຝ່າຍ ແລະ ນໍາມາເຊິ່ງຜົນປະໂຫຍດໃຫ້ຜູ້ຊົມໃຊ້. ພວກຂ້າພະເຈົ້າອາດຈະນໍາມາເຊິ່ງບັນດາຄຸນຄ່າ, ບັນດາຜະລິດຕະພັນທີ່ມີມູນຄ່າ ກໍຄືລາຄາແກ້ງແຍ້ງໃຫ້ຫວຽດນາມ”.

        ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງ ສັນຍາ EVFTA ແມ່ນ ດຶງດູດການລົງທຶນເຂົ້າຫວຽດນາມ. ດັ່ງນັ້ນ, ວິສາຫະກິດຫຼາຍແຫ່ງ ຈະມີກາລະໂອກາດລົງທຶນທີ່ດີ ເພາະວ່າ ສັນຍາ IPA ຈະໜູນຊ່ວຍສິດ ແລະ ຜົນປະໂຫຍດ ຜ່ານການອາລັກຂາແຫຼ່ງທຶນຂອງບັນດາວິສາຫະກິດ ເມື່ອເຂົ້າມາລົງທຶນຢູ່ ຫວຽດນາມ./.


 

ຕອບກັບ