ສັນ​ຍາ EVFTA ກາ​ລະ​ໂອ​ກາດ​ທີ່​ດີ ໃຫ້​ແກ່​ການ​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ

Chia sẻ
(VOVWORLD) - ເລື່ອງລັດຖະສະພາເອີລົບໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ ສະຫະພາບ ເອີລົບ (EVFTA) ໄດ້ນຳຫວຽດນາມກາຍເປັນປະເທດພວມພັດທະນາທຳອິດ ຢູ່ ພາກພື້າ ອາຊີ - ປາຊີຟິກ ມີການພົວພັນການຄ້າເສລີກັບ EU. 
ສັນ​ຍາ EVFTA ກາ​ລະ​ໂອ​ກາດ​ທີ່​ດີ ໃຫ້​ແກ່​ການ​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ - ảnh 1ສັນຍາ EVFTA ກາລະໂອກາດທີ່ດີ ໃຫ້ແກ່ການພັດທະນາຂະແໜງກະສິກຳ

ທ່ານ ຫງວຽນໂດແອັງຕວນ, ຫົວໜ້າກົມຮ່ວມມືສາກົນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຕີລາຄາວ່າ EU ແມ່ນຕະຫຼາດໃຫຍ່ ດ້ວຍ GDP ຢືນຢູ່ອັນດັບທີ 4 ໃນໂລກ ແລະ ທຸກໆປີ ການນຳເຂົ້າຜະລິດຕະພັນກະເສດແມ່ນປະມານ 150 ຕື້ USD. ປັດຈຸບັນ, ຂະແໜງກະສິກຳ ຫວຽດນາມ ສົ່ງອອກທົ່ວໂລກຫາກໍ່ບັນລຸໄດ້ກ່ວາ 40 ຕື້ USD, ສົ່ງອອກໄປຍັງ EU ຫາກໍ່ບັນລຸໄດ້ປະມານ ກ່ວາ 5 ຕື້ USD. ພາຍຫຼັງ EVFTA ມີຜົນສັກສິດ, EU ແມ່ນກໍລະນີທຳອິດທີ່ຫຼຸດອັດຕາພາສີໃຫ້ແກ່ສິນຄ້າປຸງແຕ່ງຜະລິດຕະພັນກະເສດຂອງ ຫວຽດນາມ. ສິ່ງນີ້ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງ ຍ້ອນວ່າ ໃນເວລານັ້ນ, ກາລະໂອກາດໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງອອກໄປຍັງ EU ຈະມີລາຄາສາມາດແກ້ງແຍ້ງດີກ່ວາເກົ່າ. ທ່ານກ່າວວ່າ:

        ລາຍຮັບໄລ່ສະເລ່ຍຂອງ ຊາວ EU ແມ່ນຢູ່ໃນລະດັບທີ່ມີລາຍຮັບສູງ ດັ່ງນັ້ນ, ເຂົາເຈົ້າຈະຊື້ສິນຄ້າປະເພດທີ່ມີລາຄາສູງກ່ວາ, ຄຸນນະພາບ ແລະ ມາດຕະຖານສູງກ່ວາ. ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ຂະແໜງກະສິກຳ ຫວຽດນາມ ຫັນປ່ຽນ ບໍ່ພຽງແຕ່ທາງດ້ານຈຳນວນເທົ່ານັ້ນ ຫາກຍັງສຳຄັນກ່ວາອີກແມ່ນທາງດ້ານຄຸນນະພາບເພື່ອປະຕິບັດຢ່າງຖືກຕ້ອງຕາມທິດທາງສ້າງໂຄງປະກອບກະສິກຳຄືນໃໝ່, ມຸ່ງໄປເຖິງພື້ນຖານກະສິກຳເຊິ່ງມີມຸນຄ່າ ແລະ ຄຸນນະພາບ ສູງກ່ວາ, ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ມະນຸດກ່ວາອີກ.

ຕອບກັບ