ສິງຄະໂປນຳໜ້າກຸ່ມອາຊຽນໃນການລົງທຶນໂດຍກົງຢູ່ຫວຽດນາມ

Chia sẻ
(vovworkd) - ​ໄລ່​ຮອດ​ເດືອນ 12/2014, ມີ 8 ປະ​ເທດ​ອາ​ຊຽນ​ລົງທຶນ​ໂດຍ​ກົງ​​ເຂົ້າຫວຽດນາມ ນັ້ນ​ແມ່ນ: ສິງ​ຄະ​ໂປ, ມາ​ເລ​ເຊຍ, ​ໄທ, ບຣູ​ໄນ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ, ລາວ ​ແລະ ກຳປູ​ເຈຍ.
ສິງຄະໂປນຳໜ້າກຸ່ມອາຊຽນໃນການລົງທຶນໂດຍກົງຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworkd) - ​ໄລ່​ຮອດ​ເດືອນ 12/2014, ມີ 8 ປະ​ເທດ​ອາ​ຊຽນ​ລົງທຶນ​ໂດຍ​ກົງ​​ເຂົ້າຫວຽດນາມ ນັ້ນ​ແມ່ນ: ສິງ​ຄະ​ໂປ, ມາ​ເລ​ເຊຍ, ​ໄທ, ບຣູ​ໄນ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ, ລາວ ​ແລະ ກຳປູ​ເຈຍ. ຍອດ​ໂຄງການລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ຂອງ 8 ປະ​ເທດ​ແມ່ນ 2.507 ​ໂຄງການ, ດ້ວຍຈຳນວນ​ທຶນ​ທັງ​ໝົດ​ແມ່ນ​ກວ່າ 50 ຕື້ USD, ​ເທົ່າ​ກັບ 20% ຍອດ​ຈຳນວນ​​ທຶນ​ທີ່ຕ່າງປະ​ເທດລົງທຶນໂດຍ​ກົງ​​ຢູ່​ຫວຽດນາມ. ​ໃນ​ນັ້ນ​ສິງ​ຄະ​ໂປ ນຳ​ໜ້າ, ກວມ 53% ຈຳນວນ​ໂຄງການ, ​ແລະ 60% ຍອດ​ຈຳນວນ​​ທຶນ​ທີ່ອາ​ຊຽນລົງທຶນໂດຍ​ກົງ​​ຢູ່​ຫວຽດນາມ. ບັນດາ​ໂຄງການ​ລົງທຶນ​ຂອງ​ສິງ​ຄະ​ໂປ​ລ້ວນ​ແຕ່ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​, ປະກອບສ່ວນພໍ​ສົມຄວນ​​ເຂົ້າໃນ​ການ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ການ​ສົ່ງ​ອອກ ​ແລະ ​ການເຕີບ​ໂຕ​ເສດຖະກິດ​ຂອງ​ຫວຽດນາມ.

        ປະຈຸ​ບັນ, ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້ລົງທຶນ​ເຂົ້າ 18/18 ຂະ​ແໜງ​ເສດຖະກິດ​ແຫ່ງ​ຊາດ. ​ໃນ​ນັ້ນ​ລົງທຶນ​ສຸມ​ໃສ່​ເຂົ້າ​ຂະ​ແໜງ​ອຸດສາຫະກຳ​ຜະລິດ​ປຸງ​ແຕ່ງ, ດຳ​ເນີນ​ທຸລະ​ກິດ​ອະສັງ​ຫະລິ​ມະ​ຊັບ, ການ​ກໍ່ສ້າງ…