ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານປ.ອ Kidong Park, ຫົວໜ້າຜູ້ຕາງໜ້າ WHO ປະຈຳ ຫວຽດນາມ ໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດໄດ້ຮັບຄວາມສ່ຽງຈາກການປ່ຽນແປງຂອງດິນຟ້າອາກາດສູງກ່ວາໝູ່ໃນໂລກ. ມີປະຊາຊົນກ່ວາ 70% ຕ້ອງປະເຊີນໜ້າກັບໄພທຳມະຊາດ ແລະ ໜ້າເສົ້າທີ່ສຸດນັ້ນແມ່ນ ມີຜູ້ເສຍຊີວິດ ຍ້ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ຂຶ້ນເຖິງ 300 ຄົນ/ປີ. ປະຊາຊົນທີ່ດຳລົງຊີວິດຢູ່ນະຄອນໃຫຍ່ຍັງຕ້ອງຫາຍໃຈເອົາອາກາດທີ່ເປັນມົນລະພິດ.
ທ່ານ Kidong Park ໄດ້ຢັ້ງຢືນວ່າ ອົງການ WHO ຈະສືບຕໍ່ຮ່ວມເດີນທາງກັບຄູ່ຮ່ວມມືເພື່ອປົກປ້ອງໜ່ວຍໂລກ, ຮັກສາສຸຂະພາບຂອງມະນຸດ, ສ້າງຮາກຖານການແພດ ທີ່ມີຄວາມສາມາດໃນການຮັບມື ແລະ ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີການນຳໃຊ້ນ້ຳສະອາດ, ຮັກສາອະນາໄມສິ່ງແວດລ້ອມຢູ່ຮາກຖານການແພດ, ລະດົມການເຂົ້າຮ່ວມຂອງປະຊາຄົມ, ປະຊາຊົນ ແລະ ປະຕິບັດພາລະກຳປ່ຽນແປງໃໝ່ຍ້ອນການປ່ຽນແປງຂອງດິນຟ້າອາກາດ.
ໃນໂອກາດນີ້, ອົງການ WHO ປະຈຳ ຫວຽດນາມໄດ້ປຸກລະດົມບັ້ນ “Change for Climate change” (ປ່ຽນແປງຍ້ອນການປ່ຽນແປງຂອງດິນຟ້າອາກາດ), ແລະ ຢັ້ງຢືນຄຳໝັ້ນສັນຍາເພື່ອປົກປ້ອງສຸຂະພາບຂອງທຸກຄົນ, ສ້າງສິ່ງແວດລ້ອມຂຽວ.