ລາຍ​ການ​ສະ​ແດງ​ສິ​ລະ​ປະ ຫວຽດ​ນາມ - ລາວ

Chia sẻ
(VOVWORLD) - ໃນຂອບເຂດວັນບຸນໄມຕີຈິດມິດຕະພາບ ພິເສດ ຫວຽດນາມ - ລາວ ປີ 2023, ຕອນຄ່ຳວັນທີ 11 ພະຈິກ, ຢູ່ນະຄອນເຫ້ວ ໄດ້ດຳເນີນລາຍການສະແດງສິລະປະ ຫວຽດນາມ - ລາວ ດ້ວຍຫົວຂໍ້ “ສາຍໃຈ ຫວຽດນາມ -ລາວ - ຍືນຍົງຄົງຕົວຈົນຊົ່ວກາລະນານ”.
ລາຍ​ການ​ສະ​ແດງ​ສິ​ລະ​ປະ ຫວຽດ​ນາມ - ລາວ - ảnh 1ລາຍການສະແດງສິລະປະສາຍໃຈ ຫວຽດນາມ -ລາວ - ຍືນຍົງຄົງຕົວຈົນຊົ່ວກາລະນານ

ຜ່ານຫຼາຍລາຍການສະແດງດົນຕີ, ການຟ້ອນ, ການສະແດງແຟຊັນ ທີ່ພົ້ນເດັ່ນ ແລະ ດຶງດູດໃຈ, ຜູ້ຊົມຈະມີຄວາມເຂົ້າໃຈຫຼາຍກ່ວາອີກກ່ຽວກັບວັດທະນະທຳ, ມູນເຊື້ອອັນດີງາມ, ນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ, ກໍ່ຄືບັນດາຜົນສຳເລັດຂອງນ້ຳໃຈຖານອ້າຍນ້ອງ, ມູນເຊື້ອ ແລະ ຍືນຍົງມຸ່ງໄປເຖິງອະນາຄົດຂອງສອງປະເທດ.

ລາຍການສະແດງສິລະປະ ຫວຽດນາມ - ລາວ ແມ່ນໂອກາດເພື່ອຫວນຄືນ, ສືບທອດມູນເຊື້ອຕໍ່ສູ້ປະຕິວັດຂອງຄົນລຸ້ນກ່ອນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະຝ່າຍເພື່ອແນໃສ່ຍູ້ແຮງການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ, ເສີມຂະຫຍາຍຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ, ການພົວພັນມີ່ນັ້ບມື້ນັບໝັ້ນແກ່ນ ແລະ ສືບຕໍ່ແຕກດອກອອກຜົນ.

ຕອບກັບ