ລາຍການຂົນຂວາຍການເອົາໃຈໃສ່ ເບິ່ງແຍງປະຊົນທຸກຍາກຢູ່ນະຄອນ ໂຮ່ຈິມິນ

Chia sẻ

​ລາຍການ​ຂົນ​ຂວາຍ​ການ​​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​​​ປະ​ຊົນ​ທຸກ​ຍາກ​ຢູ່​ນະຄອນ​ໂຮ່ຈິ​ມິນ

ລາຍການຂົນຂວາຍການເອົາໃຈໃສ່ ເບິ່ງແຍງປະຊົນທຸກຍາກຢູ່ນະຄອນ ໂຮ່ຈິມິນ - ảnh 1

(ພາບ​ປະກອບ)

(VOV)- ຕອນ​ເຊົ້າວັນ​ທີ 10/10,  ຢູ່​ນະຄອນ​ໂຮ່ຈິ​ມິນ, ສະພາກາ​ແດງ​ນະຄອນ​ໄດ້​ຈັດການ​ພົບ​ປະ​ສ້າງສັນ ​ແນະນຳ​ລາຍການສ້າງ​ກອງ​ທຶນ​ເອົາ​ໃຈ​ໃສ່​ເບິ່​ງ​ແຍງຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ໂອກາດ​ບຸນປີ​ໃໝ່ ຊຶ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 20/1/2013. ​ໂດຍ​ຜ່ານລາຍການ, ​ສະພາກາ​ແດງ​ນະຄອນ​ສູນ​ຊົນ​ຂົນຂວາຍ​ໄດ້​ຂອງຂວັນ 25.000 ພູດ ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 500.000 ດົ່ງ​ເພື່ອເອົາ​ໃຈ​ໃສ່​ເບິ່​ງ​ແຍງຜູ້ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ, ​ເດັກ​ກຳພ້າ, ຄົນ​ພິການ, ຜູ້​ອາຍຸ​ສູງ​ຢູ່​ໂດ​ດຽວ….​ໃນ​ປີ 2011, ລາຍການ​ດັ່ງກ່າວ​​ຂົນຂວາຍ​ຂອງຂວັນ​ໄດ້ 17.000 ພູດ​ໃຫ້​ແກ່​ບັນດາ​ປະຊຸາຊົນ​ຜູ້​ທຸກ​ຍາກ​ໃນ​ໂອກາດ​ບຸນປີ​ໃໝ່. ທ່ານ​ນາງ Nguyen Thi Hue ປະທານສະພາກາ​ແດງ​ນະຄອນນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

   “​ໂດຍ​ໄດ້​ປະຕິບັດ​ແຜນ​ນະ​ໂຍບາຍ “ບຸນປີ​ໃໝ່​ເພື່ອ​ຄົນ​ທຸກ​ຍາກ ​ແລະຜູ້ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ“ ນັ້ນ, ​ແຕ່ລະ​ປີ, ສະພາກາ​ແດງ​ນະຄອນນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດຕັ້ງລາຍການ​ສ້າງ​ກອງ​ທຶນ​ໜູນ​ຊ່ວຍ​ໃຫ້​ບັນດາ​ຜູ້​ອາພັບ. ປີ​ນີ້, ທາງ​ສະພາກາ​ແດງ​ກໍ່​ປຸກລະດົມ​ເພື່ອ​ຮຽກຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດ, ຜູ້​ມີ​ໃຈ​ບຸນ​ໃຈ​ກຸສົນ​ໃນ​ບໍລິ​ເວນ​ນະຄອນ​ພ້ອມ​ກັນ​ປະກອບສ່ວນ​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ກັບ​ຜູ້​ທຸກ​ຍາກ​ເມື່ອ​ບູນປີ​ໃໝ່​ວຽນມາ