ລັດ​ເຊຍ: ອີ​ຢູ ບໍ່​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ທັນ​ຍາ​ຫານທະ​ເລ​ດຳ

Chia sẻ
(VOVWORLD) -ສະຫະພາບເອີຣົບ (ອີຢູ) ບໍ່ປະຕິບັດຄຳໝັ້ນສັນຍາຕາມຂໍ້ຕົກລົງວ່າດ້ວຍທັນຍາຫານຢູ່ທະເລດຳ ແລະ ການຍົກເລີກສິ່ງກີດຂວາງການເຄື່ອນໄຫວຜະລິດທັນຍາຫານ ແລະ ປຸ໊ຍຂອງ ລັດເຊຍ ໃນຂອບເຂດຂໍ້ຕົກລົງວ່າດ້ວຍທັນຍາຫານນີ້ ມີການດຳເນີນແບບບໍ່ຖືກຕ້ອງ ແລະ ບໍ່ເໝາະສົມ.
ລັດ​ເຊຍ: ອີ​ຢູ ບໍ່​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ທັນ​ຍາ​ຫານທະ​ເລ​ດຳ - ảnh 1ກ່ຳປັ່ນຂົນສົ່ງທັນຍາຫານ (ພາບ: AFP/TTXVN)
ກ່າວຄຳເຫັນຕໍ່ວົງການສື່ມວນຊົນ ຢູ່ນະຄອນຫຼວງ ມົດສະກູ ໃນວັນທີ 8 ກຸມພາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Alexander Grushko ຊີ້ແຈ້ງວ່າ ຄະນະກຳມະການເອີຣົບ ໄດ້ຖະແຫຼງຍົກເວັ້ນບັນດາມາດຕະການລົງໂທດ ທີ່ເລັ່ງໃສ່ບັນດາບໍລິສັດກະສິກຳຂອງ ລັດເຊຍ ໃນການຜະລິດ ແລະ ຂົນສົ່ງ. ເຖິງຢ່າງໃດກໍຕາມ, ຄວາມຈິງ ອີຢູ ຍັງຮັກສາມາດຕະການລົງໂທດໄວ້ຄືເກົ່າ ແລະ ອີງຕາມເງື່ອນໄຂຂອງບັນດາປະເທດ ຈະປະຕິບັດຫຼືບໍ. ເປັນອັນວ່າ ແມ່ນບັນດາຄໍາໝັ້ນສັນຍາ ເຊິ່ງ EU ວາງອອກສຳລັບ ລັດເຊຍ ແລະ ກັບທ່ານເລຂາທິການໃຫຍ່ ສປຊ ແມ່ນບໍ່ໄດ້ປະຕິບັດ. 

ຕອບກັບ