ລັດເຊຍ ຄັດຄ້ານບ້ວງລົງໂທດໃໝ່ຂອງ EU

Chia sẻ
(VOVWORLD) - ບັນດາປະເທດຝ່າຍຕາເວັນຕົກພວມພະຍາຍາມຊອກຫາສ່ວນບຸກຄົນ ແລະ ອົງກອນຕື່ມອີກເພື່ອລົງໂທດ
ລັດເຊຍ ຄັດຄ້ານບ້ວງລົງໂທດໃໝ່ຂອງ EU - ảnh 1ທ່ານ Dmitry Peskov, ໂຄສົກວັງ Kremlin
(ພາບ:AFP/TTXVN)

ວັນທີ 27 ກຸມພາ, ວັງ Kremlin ໄດ້ຕຳໜິຕິຕຽນສະຫະພາບເອີລົບ (EU) ພາຍຫຼັງທີ່ EU ຮັບຮອງເອົາບ້ວງລົງໂທດທີ 10 ເລັ່ງໃສ່ລັດເຊຍ ເພື່ອຄັດຄ້ານບັ້ນຮົບການທະຫານພິເສດຂອງ ລັດເຊຍ ຢູ່ ຢູແກຼນ. ໃນການຕອບສຳພາດຕໍ່ນັກຂ່າວ ຢູ່ ມົດສະກູ, ເມື່ອໄດ້ຖາມກ່ຽວກັບບ້ວງລົງໂທດໃໝ່, ໂຄສົກວັງ Kremlin ຢັ້ງຢືນວ່າ: ມາດຕະການນີ້ແມ່ນ “ໄຮ້ເຫດຜົນ”. ທ່ານ Dmitry Peskov, ໂຄສົກວັງ Kremlin ຖືວ່າ: ບັນດາປະເທດຝ່າຍຕາເວັນຕົກພວມພະຍາຍາມຊອກຫາສ່ວນບຸກຄົນ ແລະ ອົງກອນຕື່ມອີກເພື່ອລົງໂທດ, ພ້ອມທັງເນັ້ນໜັກເລື່ອງນຳບັນດາສ່ວນບຸກຄົນ ແລະ ອົງກອນຂອງລັດເຊຍ ທີ່ບໍ່ກຽວຂ້ອງ ເຂົ້າບັນຊີລາຍຊື່ຖືກລົງໂທດແມ່ນ ໄຮ້ເຫດຜົນທີ່ສຸດ.

        ວັນທີ 25 ກຸມພາ, EU ໄດ້ຮັບຮອງເອົາບ້ວງລົງໂທດທີ 10 ເລັ່ງໃສ່ 121 ສ່ວນບຸກຄົນ ແລະ ອົງກອນລັດເຊຍ. ແລະກໍ່ໃນວັນດຽວກັນ, ບາງປະເທດຄື: ອາເມລິກາ, ອັງກິດ, ນິວຊີແລນ ແລະ ສ ເກົາຫຼີ ກໍ່ໄດ້ຈັດວາງບັນດາຄຳສັ່ງລົງໂທດເພື່ອເລັ່ງໃສ່ລັດເຊຍ ໃນສະພາບ ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ມາໄດ້ 1 ປີເຕັມ.

ຕອບກັບ