ລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາ Chuck Hagel (ພາບ: NYTimes) (vovworld) – ລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາ Chuck Hagel ລາອອກຈາກຕຳແໜ່ງ - ຂໍ້ຕົກລົງລາອອກຈາກຕຳແໜ່ງຂອງທ່ານ Chuck Hagel ໂດຍທ່ານປະທານາທິບໍດີ Barack Obama ຍອມຮັບໃນຕອນເຊົ້າວັນທີ 25/11 (ຕາມເວລາທ້ອງຖີ່ນ). ເຖິງຢ່າງໃດກໍ່ຕາມ, ໃນເວລາລໍຖ້າຜູ້ຮັບດຳລົງຕຳແໜ່ງແທນໃຫ້ນັ້ນ, ທ່ານ Hagel ຈະສືບຕໍ່ຮັບດຳລົງຕຳແໜ່ງເປັນຜູ້ນຳທຳນຽບ 5 ແຈ. ທ່ານ Chuck Hagel, ໃຫ້ຮູ້ວ່າ: “ຂ້າພະເຈົ້າຈະສືບຕໍສະໜັບສະໜູນທ່ານປະທານາທິບໍດີ Obama, ສະໜັບສະໜູນບັນດາຜູ້ພວມປົກປັກຮັກສາປະເທດ ອາເມລິກາ ກໍ່ຄືຄອບຄົວຂອງເຂົາເຈົ້າ. ຂ້າພະເຈົ້າຈະສືບຕໍ່ເຮັດວຽກຢ່າງສຸດຈິດສຸດໃຈຄືຊຸມປີຜ່ານມາ ຈົນຮອດເວລາທີ່ສະພາສູງໃຫ້ສັດຕະຍາບັນແກ່ຜູ້ຮັບດຳລົງຕຳແໜ່ງແທນ” ບັນດາເຈົ້າໜ້າທີ່ທຳນຽບຂາວ ໃຫ້ຮູ້ວ່າ: ສາຍເຫດພາໄປເຖິງເລື່ອງທ່ານປະທານາທິບໍດີ Obama ສະເໜີໃຫ້ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາ Chuck Hagel ລາອອກຈາກຕຳແໜ່ງ ແມ່ນຍ້ອນບັ້ນຮົບຕ້ານກຸ່ມປະກອບອາວຸດ “ລັດອິດສະລາມ” ອ້າງຊື່ເອງ (IS) ຢູ່ ອີຣັກ ແລະ ຊີຣີ ພວມເຮັດໃຫ້ ອາເມລິກາ ຕ້ອງຮັບມືກັບການທ້າທາຍໃໝ່ກ່ຽວກັບຄວາມສະຫງົບ, ດັ່ງນັ້ນ “ຈຶ່ງຕ້ອງການມີຜູ້ທີ່ມີກຳລັງຄວາມສາມາດຄົນໃໝ່.” Từ khóa: vovworld vov ສາຍເຫດ ກະຊວງປ້ອງກັນປະເທດ