ມີບໍລິສັດຫວຽດນາມ ຖືກຈັດເຂົ້າບັນຊີລາຍຊື່ 500 ບໍລິສັດຂາຍຍ່ອຍ ອັນດັບໜຶ່ງຢູ່ອາຊີ - ປາຊີຟິກປີ 2014

Chia sẻ
(vovworld) –  ມີບໍລິສັດ 5 ​ແຫ່ງ​ຂອງຫວຽດນາມ ຖືກ​ຈັດ​ເຂົ້າ​ບັນຊີລາຍ​ຊື່ 500 ບໍລິສັດ​ຂາຍຍ່ອຍ​ອັນ​ດັບ​ໜຶ່ງ​ຢູ່​ອາຊີ - ປາຊີ​ຟິກປີ 2014
ມີບໍລິສັດຫວຽດນາມ ຖືກຈັດເຂົ້າບັນຊີລາຍຊື່ 500 ບໍລິສັດຂາຍຍ່ອຍ ອັນດັບໜຶ່ງຢູ່ອາຊີ - ປາຊີຟິກປີ 2014  - ảnh 1
(ສູນ​ການ​ຄ້າ ​ໄຊ​ງ່ອນ - ຫງວຽນ​ກິມ)

(vovworld) –  ມີບໍລິສັດ 5 ​ແຫ່ງ​ຂອງຫວຽດນາມ ຖືກ​ຈັດ​ເຂົ້າ​ບັນຊີລາຍ​ຊື່ 500 ບໍລິສັດ​ຂາຍຍ່ອຍ​ອັນ​ດັບ​ໜຶ່ງ​ຢູ່​ອາຊີ - ປາຊີ​ຟິກປີ 2014 ​ເຊິ່ງລວມມີ ສະຫະພັນ​ສະຫະກອນ​ການ​ຄ້າ​ນະຄອນ​ໂຮ່ຈິ​ມິນ ດ້ວຍ​ລາຍ​ຮັບ​ຂາຍຍ່ອຍ​ປີ 2013 ບັນລຸ 1.105 ລ້ານ USD, ລະບົບ​ຮ້ານ​ຊັບ​ພະ​ສິນຄ້າ Big C ດ້ວຍລາຍ​ຮັບ 534 ລ້ານ USD, ສູນ​ການ​ຄ້າ ​ໄຊ​ງ່ອນ - ຫງວຽນ​ກິມ ດ້ວຍລາຍ​ຮັບ 490 ລ້ານ USD, ບໍລິສັດ​ຂາຍ​ເງິນ​ຄຳ​ເພັດ​ມະນີ ​ໄຊ​ງ່ອນ 487 ລ້ານ ​USD ແລະ ບໍລິສັດ​ຫຸ້ນ​ສ່ວນ ​​ໂທລະສັບ​ມື​ຖື ດ້ວຍລາຍ​ຮັບ 395 ລ້ານ USD. ​ນັບແຕ່​ປີ 2004, Retail Asia Publishing Pte Ltd, ​ເຊິ່ງ​ແມ່ນບໍລິສັດ​ອັນ​ດັບ​ໜຶ່ງກ່ຽວ​ກັບ​ຂໍ້​ມູນຂອງ​ຂະ​ແໜງ​ຂາຍ​ຍ່ອຍ, ສົມທົບ​ກັບ​ບໍລິສັດ​ສະໜອງ​ຂໍ້​ມູນ​ຕະຫຼາດ​ທົ່ວ​ໂລກ Euromonitor International ຈັດ​ອັນ​ດັບບໍລິສັດ​ຂາຍ​ຍ່ອຍ 500 ​ແຫ່ງ​ທີ່ບັນລຸ​ໄດ້​ຜົນງານ​ດີ​ທີ່​ສຸດ​ຂອງ 14 ພື້ນຖານ​ເສດຖະກິດ​ຢູ່​ອາຊີ - ປາຊີ​ຟິກ ​ເຊິ່​ງລວມມີ: ອົດສຕາ​ລີ, ຈີນ, ຮົ່ງກົງ (ຈີນ), ອີນ​ເດຍ, ອີນ​ໂດ​ເນ​ເຊຍ, ຍີ່ປຸ່ນ, ມຽນມາ, ນິວຊີ​ແລນ, ຟິລິບ​ປີນ, ສິງກະ​ໂປ, ສ.​ເກ​ົາຫຼີ, ​​ໄທ, ​ໄຕ​ຫວັນ (ຈີນ) ​ແລະ ຫວຽດນາມ.